ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງງານນ້ຳດື່ມດົງມີຄຳ ມອບນ້ຳດື່ມໃຫ້ກອງບັນຊາການທະຫານເເຂວງໄຊສົມບູນ
ເວລາອອກຂ່າວ: 2021-04-28 10:07:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 921 | ຄວາມນິຍົມ:



ວັນທີ 27 ເມສາ 2021ນີ້, ທ່ານນາງ ຄໍາເມີງ ພານຸວົງ ເຈົ້າຂອງໂຮງງານນໍ້າດື່ມດົງມີຄໍາ ພ້ອມດ້ວຍຄອບຄົວ ໄດ້ນຳເອົານ້ຳດື່ມຈຳນວນ 200 ແພັກ ມາມອບໃຫ້ກອງບັນຊາການທະຫານເເຂວງໄຊສົມບູນ ໂດຍການກ່າວຮັບຂອງທ່ານ ພັນເອກ ຄຳອີ້ງ ກີ່ງແກ້ວ ຄະນະປະຈຳພັກເເຂວງ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານເເຂວງໄຊສົມບູນ ພ້ອມຄະນະ. ໂອກາດດັ່ງກ່າວ, ທ່ານນາງ ຄໍາເມີງ ພານຸວົງ ໄດ້ສະແດງຄວາມຊົມເຊີຍມາຍັງຄະນະພັກ- ຄະນະບັນຊາ ກອງບັນຊາການທະຫານເເຂວງ ກໍ່ຄືກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ທີ່ພວມຕັ້ງໜ້າປະຕິບັດໜ້າທີ່ເຄື່ອນໄຫວວຽກງານຕ່າງໆຢ່າງປົກກະຕິ ໃນສະພາບການທີ່ພະຍາດໂຄວິດ 19 ກໍາລັງລະບາດຢູ່ບ້ານເຮົາ, ເຖິງແມ່ນວ່າສະເພາະແຂວງໄຊສົມບູນຍັງບໍ່ທັນມີກໍລະນີຕິດເຊື້ອກໍຕາມແຕ່ພະນັກງານ-ນັກຮົບກອງບັນຊາການທະຫານເເຂວງກໍໄດ້ອອກແຮງເຄື່ອນໄຫວຊ່ວຍເຫຼື່ອພໍ່ເເມ່ປະຊາຊົນ ແລະ ອຳນາດການປົກຄອງທ້ອງຖີ່ນໃນວຽກງານຕ່າງໆບໍວ່າຈະເປັນການປ້ອງກັນເວນຍາມ, ການໂຄສະນາຜົນຮ້າຍຂອງພະຍາດ ແລະ ວິທີປ້ອງກັນ ແລະ ອື່ນໆ ເຮັດໃຫ້ພາຍໃນແຂວງມີຄວາມສະຫງົບ. ທ່ານພັນເອກ ຄຳອິ້ງ ກີ່ງແກ້ວ ໄດ້ຕາງໜ້າກອງບັນຊາການກໍຄືພະນັກງານ-ນັກຮົບທົ່ວແຂວງກ່າວສະແດງຄວາມຂອບໃຈຕໍ່ທ່ານເຈົ້າຂອງໂຮງງານນ້ຳດື່ມດົງມີຄຳ ທີ່ມີນ້ຳໃຈໃຫ້ການຊ່ວຍເຫຼືອນໍ້າດື່ມແກ່ກອງບັນຊາການທະຫານແຂວງໄຊສົມບູນຄັ້ງນີ້ ພ້ອມທັງອວຍພອນໃຫ້ທ່ານນາງ ຄໍາເມີງ ພານຸວົງ ພ້ອມຄອບຄົວຈົ່ງມີເເຕ່ຄວາມສຸກກາຍສະບາຍໃຈ ປະສົມຜົນສຳເລັດໃນການດໍາເນີນທຸລະກິດວຽກງານຂອງຕົນ. ໂດຍ: ພຸດທະພອນ ລັດດານາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ