ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມກົດລັບ ປິດຊຸດອົບຮົມ - ຫັດແອບ ປະຈຳປີ 2018
ເວລາອອກຂ່າວ: 2018-12-27 09:38:38 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 14691 | ຄວາມນິຍົມ:



ວັນທີ 25 ທັນວາ 2018 ນີ້, ກົມກົດລັບກົມໃຫຍ່ເສນາທິ ການກອງທັບ ໄດ້ຈັດຕັ້ງປິດບັ້ນ ອົບຮົມຫັດແອບ ປະຈໍາປີ 2018 ຂຶ້ນ ພາຍຫຼັງທີ່ໄດ້ອົບຮົມ-ຫັດ ແອບມາເປັນເວລາ 150 ວັນ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ພອນໃຈ ພັນທະວົງ ຫົວຫນ້າກົມກົດລັບ ກົມໃຫຍ່ເສນາທິການກອງທັບ, ມີຕາງຫນ້າຈາກກົມອົບຮົມ,ຫ້ອງ ການເມືອງກົມໃຫຍ່ເສນາທິ ການກອງທັບ ພ້ອມດ້ວຍພະ ນັກງານ-ນັກຮົບກົມກອງເຫຼົ່າ ຮົບກົດລັບເຂົ້າຮ່ວມ. ພັນໂທ ກໍລະກັນ ແສງສຸລິຍາ ຫົວໜ້າພະແນກອົບຮົມກົມກົດລັບ ກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບຖອດຖອນບົດຮຽນ ຄືນການອົບຮົມ-ຫັດແອບປັບປຸງ ລະບຽບແບບແຜນປະຈໍາປີ 2018 ຜ່ານມາ ໂດຍການອົບຮົມແມ່ນໄດ້ ແບ່ງອອກເປັນ 2 ໄລຍະຄື ໄລຍະທີ 1 ເລີ່ມແຕ່ເດືອນກຸມພາ ຫາເດືອນ ພຶດສະພາ ແລະ ໄລຍະທີ 2 ແຕ່ ເດືອນກໍລະກົດຫາເດືອນຕຸລາ 2018, ເຊິ່ງໄດ້ຍົກໃຫ້ເຫັນທັງຂໍ້ ສະດວກ, ດ້ານຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ຜ່ານ ການອົບຮົມ-ຫັດແອບໃນໄລຍະ ຜ່ານມາ ເຊິ່ງຄະນະຮັບຜິດຊອບ ບັ້ນເຝິກອົບຮົມແມ່ນໄດ້ເອົາໃຈ ໃສ່ຊີ້ນໍາຢ່າງໃກ້ຊິດຕິດແທດ,ຄະ ນະພັກ-ຄະນະບັນຊາ ແຕ່ລະກົມ ກອງກໍໄດ້ເປັນເອກະພາບກັນ ນໍາພາພະນັກງານ-ນັກຮົບເຂົ້າ ຮ່ວມບັ້ນອົບຮົມ-ຫັດແອບຢ່າງ ເປັນຂະບວນຟົດຟື້ນບວກກັບ ພະນັກງານ-ນັກຮົບແຕ່ລະສະ ຫາຍກໍໄດ້ຍົກສູງຄວາມຮັບຜິດ ຊອບຂອງຕົນ ແລະ ເປັນເຈົ້າ ການເຂົ້າຮ່ວມອົບຮົມ-ຫັດແອບ ຈຶ່ງເຮັດໃຫ້ບັ້ນອົບຮົມຄັ້ງນີ້ບັນ ລຸໄດ້ຕາມຄາດໝາຍທີ່ວາງໄວ້ ແລະ ສາມາດຕີລາຄາຜົນໄດ້ຮັບ ພາກການເມືອງບັນລຸໄດ້ 95%, ພາກການທະຫານບັນລຸໄດ້ 91%, ພາກວິຊາສະເພາະກົດລັບບັນ ລຸໄດ້ 98% ແລະ ພາກພະລາທິ ການ-ເຕັກນິກບັນລຸໄດ້ 90%, ພ້ອມດຽວກັນນີ້ກໍຄັດເລືອກໄດ້ ກົມກອງດີເດັ່ນປະເພດ 1 ແມ່ນ ໂຮງຮຽນ 307, ປະເພດ 2 ແມ່ນໂຮງພິມກົດລັບ ແລະ ກອງ ພັນ 986 ພ້ອມທັງໄດ້ມອບຂອງ ຂວັນລາງວັນໃຫ້ກົມກອງດີເດັ່ນ ດັ່ງກ່າວອີກດ້ວຍ. ໃນພິທີດັ່ງກ່າວຍັງໄດ້ສະແດງການເດີນຂະບວນສວນສະໜາມ ຂອງກ້ອນກຳລັງພະນັກງານ-ນັກ ຮົບຈາກແຕ່ລະກົມກອງເຫຼົ່າຮົບ, ສະແດງຫັດກາຍມືເປົ່າ 2 ບົດ 24 ຈັງຫວະ, ຫັດກາຍມວຍ 16 ຈັງຫວະ, ຫັດກາຍມີປືນ 24 ຈັງ ຫວະ ແລະ ສະແດງຫັດກາຍ ແທງກະບີ່ 28 ຈັງຫວະອີກດ້ວຍ. ໂດຍ: ນາ. ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ