ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງ ຄຳມ່ວນ ເປີດຂະບວນການແຂ່ງຂັນ ກີລາມວນຊົນ ແລະ ກີລາທະຫານ ປະຈຳປີ 2018
ເວລາອອກຂ່າວ: 2018-12-27 09:37:18 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 65 | ຄວາມນິຍົມ:



ກອງບັນຊາການທະຫານ ແຂວງຄຳມ່ວນ ເປີດຂະບວນການ ແຂ່ງຂັນກີລາມວນຊົນ ແລະ ກີ ລາການທະຫານ ຄັ້ງທີ VII ປະ ຈຳປີ 2018 ວັນທີ 19 ທັນວາ 2018 ນີ້, ໂດຍການເປັນປະທານ ຂອງ ພັນເອກ ຄຳພາ ຕາງຊາຢຸດ ຮອງເລຂາຄະນະພັກ, ຫົວໜ້າ ການທະຫານກອງບັນຊາການ ທະຫານແຂວງຄຳມ່ວນ, ມີຄະນະ ພັກ-ຄະນະບັນຊາອົງການ 5 ຫ້ອງ, ຄະນະນັກກີລາຈາກບັນດາ ກົມກອງ ຕະຫຼອດຮອດຄະນະ ກຳມະການ ແລະ ນັກກີລາເຂົ້າ ຮ່ວມຢ່າງພ້ອມພຽງ. ຈຸດປະສົງໃນການຈັດການ ແຂ່ງຂັນກີລາໃນຄັ້ງນີ້ກໍເພື່ອເປັນ ການສ້າງບັນຍາກາດຟົດຟື້ນ ມ່ວນຊື່ນຂໍ່ານັບຮັບຕ້ອນວັນປະ ຫວັດສາດຂອງຊາດ ຂອງພັກ ໂດຍສະເພາະແມ່ນວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ແລະ ວັນສ້າງຕັ້ງກອງບັນ ຊາການທະຫານແຂວງຄຳມ່ວນ ຄົບຮອບ 60 ປີ ທີ່ຈະມາເຖິງນີ້ໃຫ້ ມີຄວາມໝາຍເລິກເຊິ່ງອີກດ້ານ ໜຶ່ງ ກໍເພື່ອເປັນການເສີມສ້າງສຸ ຂະພາບຂອງນັກກີລາ ກໍຄືພະນັກ ງານ-ນັກຮົບໃຫ້ມີຄວາມແຂງ ແຮງ ຮັບປະກັນການປະຕິບັດໜ້າ ທີ່ວຽກງານ ພ້ອມທັງຄັດເລືອກ ເອົານັກກີລາຜູ້ດີເດັ່ນເປັນຕົວ ແທນໃຫ້ນັກກີລາທົ່ວກອງບັນຊາ ການທະຫານແຂວງເຂົ້າຮ່ວມກີ ລາກອງທັບເຂດໃຈກາງນະຄອນ ຫຼວງວຽງຈັນທີ່ຈະຈັດຂຶ້ນໃນມໍ່ໆ ນີ້ ພ້ອມທັງເປັນການແລກປ່ຽນ ບົດຮຽນດ້ານກີລາ ແລະ ເຕົ້າໂຮມ ຄວາມສາມັກຄີລະຫວ່າງພະນັກ ງານ- ນັກຮົບ ແລະ ນັກກີລາດ້ວຍ ກັນຂະບວນການແຂ່ງຂັນກີລາ ທົ່ວທະຫານແຂວງຄັ້ງນີ້ມີບັນດາ ຫົວໜ່ວຍກົມກອງໄດ້ສົ່ງທີມນັກກີ ລາຂອງຕົນເຂົ້າຮ່ວມທັງໝົດ 35 ຄະນະ ມີທີມນັກກີລາທັງໝົດ 279 ທີມຈຳນວນພົນເຂົ້າຮ່ວມ ແຂ່ງຂັນ 1.349 ສະຫາຍ ເພື່ອ ຊີງຂັນລາງວັນໃນ 14 ລາຍການ ຄື: ເຕະບານຊາວໜຸ່ມ-ອາວຸໂສ, ບານສົ່ງຊາຍ-ຍິງອາວຸໂສ, ກະຕໍ້, ເປຕັງຊາວໜຸ່ມ, ເປຕັງຍິງ, ເປຕັງ ອາວຸໂສ, ກີລາການທະຫານປະ ກອບມີກີລາຍິງປືນ AK ເປົ້າ ເປີດ-ປິດ, ກີລາຍິງປືນ AK ບົດ ຍິງຈານ, ກີລາແລ່ນມ້າງປະກອບ ອາວຸດ, ກີລານັກຮົບແຂງແຮງ ອີກດ້ວຍ. ໂດຍ: ແກ້ວອຸດອນ ຖົງບຸນຖີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ