ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມວນຊົນຈໍານວນຫຼາຍທີ່ຢູ່ໃນກຸ່ມສ່ຽງພ້ອມກັນເປັນເຈົ້າການໄປກວດຫາເຊື້ອພະຍາດໂຄວິດ 19
ເວລາອອກຂ່າວ: 2021-04-23 16:38:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 73 | ຄວາມນິຍົມ:



ວັນທີ 23 ເມສາ 2021 , ທີ່ໂຮງຮຽນມັດທະຍົມສົມບູນລາວ-ຫວຽດນາມ ເຊິ່ງເປັນສູນເຝົ້າລະວັງ ແລະ ຄົ້ນຫາຜູ້ຕິດເຊື້ອໂຄວິດ-19 ທີ່ຄະນະສະເພາະສ້າງຕັ້ງຂຶ້ນໃໝ່ ໄດ້ມີມວນຊົນຈໍານວນຫຼາຍທີ່ຢູ່ໃນກຸ່ມສ່ຽງພ້ອມກັນເປັນເຈົ້າການໄປກວດຫາເຊື້ອພະຍາດໂຄວິດ 19 ເຊິ່ງໄດ້ມີການຈັດສັນຄວາມເປັນລະບຽບ ຮຽບຮ້ອຍ ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ມາກວດຫາເຊື້ອ ທັງຮັບປະກັນການປະຕິບັດໄລຍະຫ່າງ. ທ່ານ ນາງ ດຣ ບົວພັນ ຄໍາພາພົງພາ ຮອງຫົວໜ້າສູນວິເຄາະວິທະຍາທັງເປັນຫົວໜ້າທິມໃຫ້ຮູ້ວ່າ: ນັບແຕ່ວັນທີ 22 ເມສາຫາວັນທີ 23 ເມສາ 2021 ມີໄດ້ມີມວນຊົນຈໍານວນຫຼາຍທີ່ຢູ່ໃນກຸ່ມສ່ຽງພ້ອມກັນເປັນເຈົ້າການໄປກວດຫາເຊື້ອພະຍາດໂຄວິດ 19 ແລະ ກວດໄດ້ທັງໝົດ 496 ຄັ້ງ. ທ່ານ ນາງ ດຣ ບົວພັນ ຄໍາພາພົງພາ ຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ, ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍ ຢ່າງເຄັ່ງຄັດ ແລະ ເຖິງຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານ ເດີນທາງມາຈາກປະເທດໃກ້ຄຽງ ທີ່ກຳລັງມີການລະບາດຢູ່, ຈົ່ງຮີບຮ້ອນ ນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມສຳລັບຜູ້ທີ່ສຳຜັດໃກ້ຊິດ ຫຼື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ໃຫ້ທ່ານຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້, ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງ ຈົນຄົບກຳນົດ 14 ວັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ