ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວັນທີ 23 ເມສາ ນີ້,ກວດພົບຜູ້ຕິດເຊື້ອໂຄວິດ -19 ເພີ່ມ 65 ຄົນ
ເວລາອອກຂ່າວ: 2021-04-23 15:18:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 99 | ຄວາມນິຍົມ:



ທ່ານ ຮສ. ດຣ. ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ໃຫ້ຖະແຫຼງຂ່າວໃນວັນທີ 23 ເມສາ 2021 ນີ້ວ່າ: ຜົນກວດວິເຄາະທົ່ວປະເທດທັງໝົດ 1292 ຄົນ, ພົບຜູ້ຕິດເຊື້ອໃໝ່ 65 ຄົນ, ໃນນັ້ນ ແມ່ນຢູ່ນະຄອນຫຼວງວຽງຈັນ 60 ຄົນ, ແຂວງບໍ່ແກ້ວ 2 ຄົນ ແຂວງວຽງຈັນ 1 ຄົນແລະແຂວງຈໍາປາສັກ 2 ຄົນ. ສໍາລັບຜູ້ທີ່ໃກ້ຊິດກັບຜູ້ຕິດເຊື້ອທັງ 65 ກໍລະນີ,ຄະນະສະເພາະກິດໄດ້ເກັບຕົວຢ່າງມາກວດວິເຄາະ,ປັດຈຸບັນຍັງລໍຖ້າຜົນກວດແລະໄດ້ສຶບຕໍ່ເຝົ້າລະວັງ,ຕິດຕາມອາການພວກກ່ຽວແລະຈໍາກັດບໍລິເວນຜູ້ສໍາຜັດໃກ້ຊິດຈົນຄົບ 14 ວັນ,ປັດຈຸບັນຜູ້ຕິດເຊື້ອໂຄວິດ-19 ສະສົມຢູ່ ສປປລາວເພີ່ມຂື້ນ 159 ຄົນ ປີ່ນປົວຫາຍດີ 49 ຄົນ. ພ້ອມກັນນັ້ນ, ທ່ານ ຫົວໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຍັງໄດ້ຮຽກຮ້ອງໃຫ້ທຸກຄົນ ຈົ່ງພ້ອມໃຈກັນປະຕິບັດມາດຕະການຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ເພື່ອປ້ອງກັນໂຕເອງ, ຄົນອ້ອມຂ້າງ ແລະ ປະຊາຊົນລາວທຸກຄົນຈາກພະຍາດດັ່ງກ່າວ, ຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ, ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍ ຢ່າງເຄັ່ງຄັດ ແລະ ເຖິງຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານ ເດີນທາງມາຈາກປະເທດໃກ້ຄຽງ ທີ່ກຳລັງມີການລະບາດຢູ່, ຈົ່ງຮີບຮ້ອນນໍາຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມ ສຳລັບຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຫຼື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ຂໍໃຫ້ຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້,ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງຈົນຄົບກຳນົດ 14 ວັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ