ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫາຍ ຫົວໜ້າກົມໃຫຍ່ເຕັກນິກກອງທັບເຮັດວຽກຢູ່ ສູນວິໄຈໝື້ສົ່ງ-ທາດລະເບີດ
ເວລາອອກຂ່າວ: 2021-04-23 09:20:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 74 | ຄວາມນິຍົມ:



ວັນທີ 19 ເມສາ 2021 ນີ້ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກໍາມະການຄະນະປະຈໍາພັກກະຊວງ ຫົວໜ້າກົມໃຫຍ່ເຕັກນິກກອງທັບພ້ອມດ້ວຍຄະນະ ໄດ້ລົງເຮັດວຽກສູນວິໄຈໝື້ສົ່ງ-ທາດລະເບີດ,ຈາກນັ້ນກໍ່ໄດ້ຮັບຝັງການລາຍງານໜ້າທີ່ການເມືອງໂດຍຫຍໍ້ຈາກສະຫາຍ ພັນໂທ ຈັນເພັດ ວິໄລວອນ ຫົວໜ້າການທະຫານສູນວິໄຈໝື້ສົ່ງ-ທາດລະເບີດ ໃນໄລຍະຜ່ານມາເຫັນໄດ້ວ່າ: ຄະນະພັກ-ຄະນະອຳນວຍການໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງແລະວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງໂດຍສະເພາະແມ່ນການປະຕິບັດຕາມກົດບຽບຂອງພັກ-ກົດໝາຍຂອງລັດ ກໍຄືຂໍ້ກໍານົດກົດລະບຽບຂອງກອງທັບຢ່າງເຂັ້ມງວດໂດຍປີ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີຄະນະພັກກະຊວງປ້ອງກັຮປະເທດວາງອອກ, ໄດ້ສຸມໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນ,ມີແນວຄິດຄວາມອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ,ຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບການມອບໝາຍ ແລະພ້ອມກັນເຮັດສໍາເລັດຕາມແຜນການ.ໃນໂອກາດທີ່ ສະຫາຍ ພົນຕີ ປະສິດ ທ່ຽງທຳ ໄດ້ລົງມາເຮັດວຽກແລະຢ້ຽມຢາມຢູ່ສູນດັ່ງກ່າວ,ສະຫາຍຍັງໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາຕ້ອງຖືເອົາວຽກງານສືກສາອົບຮົມການເມືອງນໍາພາແນວຄິດສອດຫ້ອຍເຂົ້າທຸກຂົງເຂດວຽກງານລວມຂອງກົມກອງດ້ວຍຫຼາຍຮູບການຫຼາຍເນື້ອໃນໃຫ້ແຖດເໝາະກັບໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ,ພ້ອມນັ້ນຍັງໄດ້ລົງໄປເບີ່ງສະຖານທີ່ເຮຶອນນອນຂອງພະນັກງານ-ນັກຮົບ, ເຮືອນຄົວລວມ,ແລະ ຂອບເຂດວິໄຈໝື້-ທາດລະເບິດ,ສາງເກັບຕົວຢ່າງ, ຫ້ອງທົດລອງຕື່ມອີກ. ໂດຍ: ຄອນ ສາຍນ້ຳລີກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ