ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສປ ຈີນ ປະກາດໄຊຊະນະບັ້ນລຶບລ້າງຄວາມທຸກຍາກຢ່າງສົມບູນ
ເວລາອອກຂ່າວ: 2021-04-22 13:56:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 132 | ຄວາມນິຍົມ:



ວັນທີ 25 ກຸມພາ 2021, ສປ ຈີນ ໄດ້ຈັດພິທີ ໂຮມຊຸມນຸມຢ່າງຍິ່ງໃຫຍ່ ທີ່ຫໍສະພາປະຊາຊົນ ນະຄອນຫຼວງປັກກິງ, ເພື່ອສະຫຼຸບຜົນງານ ແລະ ຍ້ອງຍໍບຸກຄົນ-ໜ່ວຍງານ ດີເດັ່ນ ໃນບັ້ນລຶບລ້າງຄວາມ ທຸກຍາກ ທົ່ວປະເທດຈີນ, ໂດຍການເປັນປະທານຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ, ເຊີ່ງຖືເປັນເຫດການທີ່ມີຄວາມໝາຍສໍາຄັນ ທີ່ພັກຄອມມູນິດຈີນ ໄດ້ສ້າງຕັ້ງຂຶ້ນຄົບຮອບ 100 ປີ ແລະ ບັ້ນລຶບລ້າງຄວາມທຸກຍາກ ກໍໄດ້ຮັບໄຊຊະນະຢ່າງສົມບູນ. ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນ, ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ໄດ້ມີວິໄສທັດ ສ້າງສັງຄົມອີ່ມໜໍາສໍາລານ ແລະ ບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຈີນນັ້ນ, ໄດ້ຖືເອົາວຽກງານລຶບລ້າງຄວາມທຸກຍາກ ເປັນບັນຫາພົ້ນເດັ່ນ ໃນການປົກຄອງປະເທດ ແລະ ຄຸ້ມຄອງລັດ, ນະໂຍບາຍດັ່ງກ່າວ ໄດ້ຮັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງຢ່າງແຂງແຮງ ຢູ່ເຂດເປົ້າໝາຍຜູ້ທຸກຍາກຕ່າງໆ, ໂດຍຈັດສົ່ງພະນັກງານລົງປະຈໍາບ້ານ 3 ລ້ານກວ່າຄົນ, ຕະຫຼອດໄລຍະ 8 ປີ ຂອງການຈັດຕັ້ງປະຕິບັດ ເຮັດໃຫ້ເສດຖະກິດສັງຄົມມີການປ່ຽນແປງຢ່າງໃຫຍ່ຫຼວງ, ຜູ້ທຸກຍາກບໍ່ເປັນຫ່ວງນໍາການກິນຢູ່, ມີເຄື່ອງນຸ່ງຫົ່ມ, ມີຄວາມຮັບປະກັນດ້ານການສຶກສາພາກບັງຄັບ, ສະດວກໃນການປິ່ນປົວຂັ້ນພື້ນຖານ, ມີເຮືອນຢູ່ຖາວອນ, ມີນໍ້າດື່ມສະອາດ, ລະບົບອິນເຕີເນັດໄຍແກ້ວນໍາແສງ ແລະ 4G ປົກຄຸມບ້ານທຸກຍາກ 98%, ປັບປຸງລະບົບເສັ້ນທາງໄດ້ 1,1 ລ້ານກິໂລແມັດ ແລະ ສ້າງທາງລົດໄຟໄດ້ 35.000 ກິໂລແມັດ, ຍົກລະດັບລາຍຮັບຈາກ 2.982 ຢວນ ໃນປີ 2015 ເປັນ 10.740 ຢວນ ໃນປີ 2020 (ເພີ່ມຂຶ້ນ 29,2% ຕໍ່ປີ), ເຮັດໃຫ້ 832 ເມືອງ 128.000 ບ້ານ ແລະ ຜູ້ທຸກຍາກເກືອບ 100 ລ້ານຄົນພົ້ນທຸກ. ຄວາມທຸກຍາກທີ່ມີມານານເຖິງ 1 ພັນປີ ຂອງ ສປ ຈີນ ໄດ້ຮັບການແກ້ໄຂສໍາເລັດຢ່າງສົມບູນ ແລະ ສໍາເລັດກ່ອນ 10 ປີ ຕາມກຳນົດເວລາການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ, ສະນັ້ນ, ຈຶ່ງມີຄວາມໝາຍສໍາຄັນຍິ່ງໃຫຍ່ຕໍ່ຊາວໂລກ, ທັງເປັນສິ່ງອັດສະຈັນໃນປະ ຫວັດສາດການຫຼຸດຜ່ອນຄວາມທຸກຍາກຂອງມວນມະນຸດ. ໃນງານໂຮມຊຸມນຸມ, ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ໄດ້ກ່າວວ່າ: ຜົນສໍາເລັດດັ່ງກ່າວ ໄດ້ ສະແດງເຖິງຄວາມສາມາດນໍາພາ ແລະ ກຳອໍານາດຂອງພັກຄອມມູນິດຈີນ ທີ່ໄດ້ເຕົ້າໂຮມເອົາທຸກກຳລັງ ແຮງ ຜ່ານຜ່າຄວາມຫຍຸ້ງຍາກ ເຂົ້າຮ່ວມແກ້ໄຂຄວາມທຸກຍາກໄດ້ສໍາເລັດສົມບູນ ແລະ ທັງແມ່ນຄວາມດີເລີດຂອງລະບອບສັງຄົມນິຍົມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ