ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສູນເຝິກລົດຕັງ-ຍານເກາະ 620 ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2021-04-22 10:58:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 92 | ຄວາມນິຍົມ:



ໃນວັນທີ 09 ເມສາ ນິີ້, ສູນເຝິກລົດຕັງ-ຍານເກາະ 620, ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ບົດເປີດສາກປືນອາກາ ແລະ ປືນເຊກາເຊ ໃຫ້ພະນັກງານ-ນັກຮົບທົ່ວສູນຝຶກ, ໂດຍການເຂົ້າຮ່ວມຂອງສະຫາຍ ພັນໂທ ບຸນຊູ ວົງຄຳພູ ຫົວໜ້າການທະຫານ ສູນເຝິກລົດຕັງ-ຍານເກາະ 620, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນໂທ ທອງສະຫວັນ ສົນນະໄຊ ຮອງຫົວໜ້າການທະຫານ ຫົວໜ້າພະແນກອົບຮົມ ສູນເຝິກລົດຕັງ-ຍານເກາະ 620 ໄດ້ກ່າວວ່າ: ໂດຍປະຕິບັດຕາມຄຳສັ່ງກ່ຽວກັບວຽກງານອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ເຕັກນິກປະຈຳປີ ຂອງກົມໃຫຍ່ເສນາທິການກອງທັບ, ຄຳສັ່ງແນະນຳຂອງກົມລົດຕັງ-ຍານເກາະ ແລະ ແຜນການອົບຮົມຫັດແອບ-ປັບປຸງລະບຽບແບບແຜນ, ເຝິກຝົນກໍາລັງແຮງກາຍຂອງພະນັກງານ-ນັກຮົບຢູ່ສູນເຝິກລົດຕັງ-ຍານເກາະ 620, ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານການເມືອງ-ການທະຫານ ແລະ ວິຊາສະເພາະໃຫ້ພະນັກງານ-ນັກຮົບ ມີຄວາມຊໍານານທາງດ້ານສິລະປະຍຸດ-ຍຸດທະວິທີ ຂອງທະຫານຮາບກຳລັງໄຟແບກຮາບ, ພ້ອມກັນນັ້ນ, ກໍເພື່ອເປັນການຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ກຳນົດກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ຍົກສູງຄວາມຮູ້-ຄວາມສາມາດໃນການຊີ້ນຳ-ນຳພາວິຊາສະເພາະ ເພື່ອຮັບໃຊ້ວຽກງານກຽມພ້ອມສູ້ຮົບ ແລະ ສູ້ຮົບຕົວຈິງໃຫ້ໄດ້ຮັບຜົນດີ. ການຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້ ມີພະນັກງານເຂົ້າຮ່ວມທັງໝົດ 74 ສະຫາຍ, ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຕີລາຄາຜົນໄດ້ຮັບປະເພດເກັ່ງມີ 29 ສະຫາຍ, ກາງ 18 ສະຫາຍ ແລະ ຄາດໝາຍ 27 ສະຫາຍ. ໂດຍ: ເກດຕະວັນ ໄຊຍະສົມບັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ