ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປີ 2020 ແຂວງອຸດົມໄຊ ຈັດເກັບລາຍຮັບງົບປະມານຫຼຸດລົງ 17,38%
ເວລາອອກຂ່າວ: 2021-04-22 08:24:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2201 | ຄວາມນິຍົມ:



ອີງຕາມແຫຼ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ປີ 2020 ຜ່ານມາ, ແຂວງອຸດົມໄຊ ໄດ້ຮັບຕົວເລກ ແຜນການຈັດ ເກັບລາຍຮັບເຂົ້າງົບປະມານ ແຫ່ງລັດ 164,29 ຕື້ກວ່າກີບ, ແຕ່ ຜ່ານການຈັດຕັ້ງປະຕິບັດຕົວຈິງ ປະຕິບັດໄດ້ 153,48 ຕື້ກວ່າກີບ ເທົ່າກັບ 93,42% ຂອງແຜນ ດັດແກ້ ທຽບໃສ່ປີ 2019 ຫຼຸດ ລົງ 17,38%. ໃນນັ້ນ ຕົວເລກ ລາຍຮັບພູດສູນກາງ 42,09 ຕື້ກີບ ປະຕິບັດໄດ້ 19,79 ຕື້ ກີບ, ທຽບໃສ່ປີຜ່ານມາຫຼຸດລົງ 57,5%; ລາຍຮັບພູດທ້ອງຖິ່ນ ຕົວເລກແຜນ 122,20 ຕື້ກີບ, ສາມາດປະຕິບັດໄດ້ 133,69 ຕື້ກີບ ເທົ່າກັບ 109,40% ຂອງ ແຜນດັດແກ້ ທຽບໃສ່ປີຜ່ານເພີ່ມ ຂຶ້ນ 1,02%, ເທົ່າກັບ 11,44 ຕື້ກີບ. ສ່ວນລາຍຮັບຂອງ 7 ເມືອງ ໃນທົ່ວແຂວງອຸດົມໄຊ ເຫັນວ່າ: ສາມາດປະຕິບັດລາຍຮັບໄດ້ ທັງໝົດ 47,56 ຕື້ກີບ ເກີນ ແຜນ 2,04 ຕື້ກີບ ແລະເກີນ ແຜນທຸກເມືອງໂດຍລວມແລ້ວ ສາມາດກຸ້ມຕົນເອງສູງສຸດ 32% ແລະ ຕໍ່າສຸດ 13,17%. ສຳລັບປີ 2021 ນີ້ທົ່ວແຂວງອຸ ດົມໄຊ ຈະຕ້ອງໄດ້ສູ້ຊົນຈັດເກັບ ລາຍຮັບເຂົ້າງົບປະມານພູດສູນ ກາງ ແລະ ທ້ອງຖິ່ນໃຫ້ໄດ້ທັງ ໝົດ 142,20 ຕື້ກີບ, ທຽບໃສ່ ແຜນດັດແກ້ປີ 2020 ຫຼຸດລົງ 13,44%, ເທົ່າກັບ 22,09 ຕື້ກີບ, ໃນນີ້ ລາຍຮັບພູດສູນກາງຕາມ ແຜນການທັງໝົດ 15 ຕື້ກີບ, ທຽບໃສ່ແຜນດັດແກ້ປີຜ່ານ ມາຫຼຸດລົງ 64,36% ເທົ່າກັບ 27,09 ຕື້ກີບ ແລະ ລາຍຮັບ ພູດທ້ອງຖິ່ນຕົວເລກແຜນການ ປີ 127,20 ຕື້ກີບ, ທຽບໃສ່ ແຜນດັດແກ້ປີຜ່ານມາເພີ່ມຂຶ້ນ 4,09%, ເທົ່າກັບ 4,8 ຕື້ກີບ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ