ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 3 ສະຫຼຸບວຽກງານພະລາທິການ ປະຈຳປີ 2020
ເວລາອອກຂ່າວ: 2021-04-22 08:18:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 377 | ຄວາມນິຍົມ:



ຫວ່າງບໍ່ດົນມານີ້, ກອງພົນ ທີ 3 ສະຫຼຸບວຽກງານພະລາທິ ການ ປະຈຳປີ 2020 ແລະ ວາງທິດທາງແຜນການປະຈຳປີ 2021, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ໄຊຍະວົງ ໄຊນາມທິລາດ ຫົວໜ້າການທະ ຫານ ກອງພົນທີ 3, ມີຄະນະພັກ-ຄະນະບັນຊາກອງພົນ, ຄະນະ ຫ້ອງ, ຄະນະພັກ-ຄະນະບັນຊາ ອົງການ, ກອງພັນໃຫຍ່ 301, 302, ກອງພັນນ້ອຍ, ກອງຮ້ອຍ ເອກກະລາດໃນທົ່ວກອງພົນທີ 3 ເຂົ້າຮ່ວມ. ສະຫາຍ ພັນໂທ ພອນແກ້ວ ສຸລິວົງ ຮອງຫົວໜ້າຫ້ອງພະລາ ທິການ ກອງພົນທີ 3 ໄດ້ສະຫຼຸບຕີ ລາຄາວຽກງານພະລາທິການປະ ຈຳປີ2020 ໂດຍຍົກໃຫ້ເຫັນ ເງື່ອນໄຂ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ດ້ານດີ, ດ້ານອ່ອນໃນຄົງເຂດ ວຽກງານພະລາທິການ ເປັນຕົ້ນ ແມ່ນການຊີ້ນຳ-ບັນຊາຂອງຄະ ນະພັກ-ຄະນະບັນຊາຫ້ອງພະລາ ທິການ ເຊິ່ງສະແດງອອກແຕ່ລະ ກົມກອງໄດ້ມີການປັບປຸງອາ ຄານສະຖານທີ່ຄ້າຍຄູຢ່າງແໜ້ນ ໜາຖາວອນ, ມີການທຳການຜະ ລິດທີ່ແນ່ນອນເຊິ່ງອາໄສທຶນ ຮອນຂອງຕົນເອງ ໂດຍປະຕິບັດ ຄຳຂວັນທີ່ວ່າ: ເພິ່ງຕົນເອງ ກຸ້ມ ຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ເພື່ອຮັບປະ ກັນວຽກງານອົບຮົມ-ຫັດແອບ ແລະ ກຽມພ້ອມສູ້ຮົບ ເປັນຕົ້ນ ແມ່ນມີລົດຂົນສົ່ງລຳລຽງ, ສະ ບຽງອາຫານ, ຢາປິ່ນປົວສຸຂະ ພາບ, ເຄື່ອງນຸ່ງຫົ່ມ ແລະ ວັດຖຸ ຮັບໃຊ້ຕ່າງໆ ສາມາດຮັບປະກັນ ໄດ້ຕະຫຼອດເວລາ. ໄລຍະຜ່ານມາ ກົມກອງມີຄວາມຮັບປະກັນໃນ ການເບີກຈ່າຍລະບົບເງິນເດືອນ, ເງິນກິນ, ເຂົ້າ, ເຄື່ອງນຸ່ງຫົ່ມ ນ້ຳມັນເຊື້ອໄຟຕາມລະບົບອັດຕາ ແຜນງົບປະມານທີ່ຂັ້ນເທິງຕອບ ສະໜອງໄດ້100%, ຈັດຕັ້ງການ ກິນດຶ່ມລວມໝູ່ເປັນປົກກະຕິມີ ເຮືອນຄົວລວມທັງໝົດ 85 ຫຼັງ, ມື້ໜຶ່ງອ້າຍນ້ອງ ໄດ້ກິນເຂົ້າ 3 ຄາບ, ມີອາຫານ 3 ເຍື່ອງຂຶ້ນ ໄປ, ດ້ານວຽກງານຮັບປະກັນສຸ ຂະພາບພະນັກງານແພດໝໍໄດ້ ມີຄວາມຮັບຜິດຊອບສູງຕໍ່ໜ້າ ທີ່ວິຊາສະເພາະຂອງຕົນຕາມ ການມອບໝາຍຂອງຂັ້ນເທິງໃນ ນີ້ 1 ປີຜ່ານມາ ສາມາດປິ່ນປົວ ຄົນເຈັບໄດ້ທັງໝົດ 6.966 ເທື່ອ ຄົນ, ປະຊາຊົນ 2.353 ເທື່ອຄົນ, ປິ່ນປົວດີ 822 ຄົນ, ສົ່ງຕໍ່ໂຮງໝໍ ອື່ນ 71 ຄົນ, ພະນັກງານ-ນັກຮົບ ທົ່ວກົມກອງມີສຸຂະພາບແຂງ ແຮງ 98%, ວຽກງານປັບປຸງສະ ຖານທີ່ຄ້າຍຄູລວມມີ 3 ໂຄງ ການຄື: ໂຄງການກໍ່ສ້າງກອງພັນ ໃຫຍ່ 302 ດຳເນີນສຳເລັດ 25,10%, ລວມມູນຄ່າການ ກໍ່ສ້າງທັງໝົດ 107 ຕື້ກວ່າກີບ, ໂຄງການກໍ່ສ້າງຫ້ອງການ ກອງ ພົນເປັນອາຄານ 2 ຊັ້ນ ສຳເລັດ 29%, ລວມມູນຄ່າການກໍ່ສ້າງ 13 ຕື້ກວ່າກີບ, ໂຄງການກໍ່ສ້າງ ກອງພັນ 364 ສຳເລັດ 85,35%, ລວມມູນຄ່າການກໍ່ສ້າງ16 ຕື້ ກວ່າກີບ, ນອກນີ້ ບັນດາອົງການ, ກົມກອງຍັງໄດ້ປັບປຸງອາຄານສະ ຖານທີ່ຂອງຕົນຕາມເງື່ອນໄຂ ຂອງກົມກອງຕື່ມອີກ. ວຽກງານ ຜະລິດແກ້ໄຂຊີວິດການເປັນຢູ່ທົ່ວ ກົມກອງມີເນື້ອທີ່ປູກພືດຜັກ ຕ່າງໆ16,8 ເຮັກຕາ, ເກັບກູ້ໄດ້ 167.542 ກິໂລ, ມີເນື້ອທີ່ນາ 11,1 ເຮັກຕາ ເກັບກູ້ໄດ້ 25.315 ກິໂລ, ປູກສາລີ, ໝາກເດື່ອຍ 13,3 ເຮັກຕາ ເກັບກູ້ໄດ້44.264 ກິໂລ, ມີສັດລ້ຽງທັງໝົດ ຄວາຍ 12 ໂຕ, ງົວ 455 ໂຕ, ແບ້ 463 ໂຕ, ໝູ 335 ໂຕ, ສັດປີກ 370.636 ໂຕ, ມີໜອງປາ 63 ໜອງປ່ອຍປາ 81.300 ໂຕ, ຜະ ລິດນ້ຳດື່ມໄດ້ 49.311 ຕຸກ, ປັ້ນ ດິນບັອກສ້າງລາຍຮັບໄດ້ 17 ລ້ານກວ່າກີບ, ສາມາດສ້າງລາຍ ຮັບໄດ້ທັງໝົດ 5.187.880.000 ກີບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ