ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງປະທານປະເທດ ເຄື່ອນໄຫວເຮັດວຽກຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ
ເວລາອອກຂ່າວ: 2021-04-22 08:11:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 96 | ຄວາມນິຍົມ:



ໃນວັນທີ 19 ເມສາຜ່ານ ມາ ນີ້, ທ່ານ ບຸນທອງ ຈິດມະນີ ກົມ ການເມືອງສູນກາງພັກ ກຳມະ ການກົມການເມືອງ ຮອງປະ ທານປະເທດ ແຫ່ງ ສປປ ລາວ ລົງເຄື່ອນໄຫວເຮັດວຽກ ແລະ ໂອ້ ລົມພະນັກງານການນໍາ, ພະນັກ ງານຫຼັກແຫຼ່ງອ້ອມຂ້າງເມືອງ ຜາອຸດົມ, ແຂວງບໍ່ແກ້ວ ໂດຍ ການຕ້ອນຮັບຂອງ ທ່ານ ຈັນທອນ ພົນ ທະລາ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆ ຜາ ອຸດົມ ພ້ອມດ້ວຍການນໍາແຂວງ, ການນໍາເມືອງ ແລະ ພະນັກງານຫຼັກແຫຼ່ງອາວຸໂສບໍານານເຂົ້າຮ່ວມ. ທ່ານ ຈັນທອນ ພົນທະລາ ເຈົ້າເມືອງໆຜາອຸດົມ ໄດ້ລາຍງານ ຫຍໍ້ສະພາບການຈັດຕັ້ງປະຕິບັດ ໃນການຊີ້ນໍາໆພາວຽກງານຮອບ ດ້ານຂອງຄະນະບໍລິຫານງານພັກ ເມືອງ ໃນໄລຍະ 3 ເດືອນຕົ້ນປີ 2021 ເຊິ່ງຍົກໃຫ້ເຫັນສະພາບ ລວມ ແລະ ຜົນສໍາເລັດໃນຫຼາຍ ດ້ານເປັນຕົ້ນແມ່ນດ້ານການ ເມືອງ-ແນວຄິດ, ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບ, ຂົງເຂດວັດທະນະທໍາ-ສັງ ຄົມ, ຂົງເຂດເສດຖະກິດເຊິ່ງ ເມືອງຜາອຸດົມ ເປັນເມືອງທຸກ ຍາກຂອງແຂວງບໍ່ແກ້ວ ຕັ້ງຢູ່ ຫ່າງຈາກເທດສະບານແຂວງໄປ ທາງທິດໃຕ້ 66 ກິໂລແມັດ, ມີ 66 ບ້ານ, ມີພົນລະເມືອງທັງໝົດ 46.434 ມີ 8.004 ຄົວເຮືອນ ປະກອບມີ 6 ຊົນເຜົ່າຄື: ເຜົ່າ ກຶມມຸ, ລະເມດ, ລາວລຸ່ມ, ມົ້ງ, ລື້ ແລະ ເຜົ່າໄຕ໋ດໍາ ປະຊາຊົນສ່ວນ ຫຼາຍຖືເອົາການປູກຝັງເປັນອາ ຊີບຕົ້ນຕໍ, ການລ້ຽງສັດ ແລະ ບໍລິການຄ້າ-ຂາຍເປັນອາຊີບສໍາ ຮອງໃນໄລຍະຜ່ານມາ ແມ່ນມີ ຄວາມສະຫງົບໂດຍພື້ນຖານ. ດ້ານວຽກງານເສດຖະກິດ ມີຈັງຫວະການຂະຫຍາຍຕົວ ຢ່າງຕໍ່ເນື່ອງ ລວມຍອດລາຍຮັບ ທັງໝົດ 4.850 ຕື້ກີບ, ໃນນີ້, ດຸ່ນດ່ຽງ ຈາກແຂວງ 4.579 ຕື້ກີບ. ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາໃນຫຼາຍດ້ານເປັນ ຕົ້ນແມ່ນ ໃຫ້ສືບຕໍ່ເຮັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບໃຫ້ເປັນໜ້າທີ່ພື້ນຖານ ແລະ ຍາວນານ. ຖືສໍາຄັນວຽກງານ ແກ້ໄຂບັນຫາສິ່ງເສບຕິດພາຍໃນ ບ້ານ ຫຼື ກົມກອງຕິດພັນກັບວຽກ ງານພັດທະນາເສດຖະກິດ-ສັງ ຄົມ ແລະ ຈັດສັນພູມລໍາເນົາ ເລັ່ງ ໃສ່ຊອກຫາປັດໄຈໃນການແກ້ໄຂ ບ້ານໃຫ້ຫຼຸດພົ້ນອອກຈາກບ້ານ ທຸກຍາກ ແລະ ຍົກລະດັບການສຶກ ສາໃຫ້ທົ່ວເຖິງ ໂດຍຖືເອົາການ ຊີ້ນໍາໆ ພາຂອງຄະນະບໍລິຫານ ງານພັກເມືອງເປັນແກນນໍາ ແລະ ເປັນປັດໄຈໃນການລົງ ຈັດຕັ້ງປະຕິບັດຢູ່ຂັ້ນຮາກຖານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ