ຄະນະປະຕິບັດງານພິເສດກອງ K 53 ກອງທັບປະຊາຊົນຫວຽດນາມ ເຂົ້າອວຍພອນທະຫານແຂວງຈຳປາສັກ
ເວລາອອກຂ່າວ: 2021-04-22 08:08:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 123 | ຄວາມນິຍົມ:
ໃນຕົ້ນເດືອນ ເມສາ 2021 ນີ້, ຄະນະປະຕິບັດງານພິເສດກອງ K 53 ກອງບັນຊາການທະຫານ ເຂດ 5 ກອງທັບປະຊາຊົນຫວຽດ ນາມ, ນຳໂດຍ ສະຫາຍ ພັນໂທ ເລ ກົງ ຄົວ ຄະນະປະຕິບັດງານພິເສດ ຫົວໜ້າກອງ K 53 ກອງບັນຊາ ການທະຫານເຂດ 5 ກອງທັບ ປະຊາຊົນຫວຽດນາມ ພອ້ມຄະ ນະເຂົ້າອວ່ຍພອນ ແລະ ມອບຂອງ ຂວັນໃຫ້ແກ່ຄະນະພັກ-ຄະນະບັນ ຊາກອງບັນຊາການທະຫານ ແຂວງຈຳປາສັກ ເນື່ອງໃນໂອ ກາດບຸນປີໃໝ່ລາວ (ພ.ສ 2564) ໂດຍການໃຫ້ກຽດຕອ້ນຮັບຂອງ ທ່ານ ພັນເອກ ລັດຕະນະວົງ ຫຼວງກິ່ງ ຄະນະພັກກອງບັນຊາ ການ ຫົວໜ້າຫອ້ງພະລາທິການ ທະຫານແຂວງຈຳປາສັກ ພອ້ມ ຄະນະ.
ໂອກາດນີ້ ທ່ານ ພັນໂທ ເລ ກົງ ຄົວ ກໍໄດ້ຕ່າງໜ້າໃຫ້ຄະນະ ກ່າວມອບຂອງຂວັນ ແລະ ອວຍ ພອນໄຊອັນປະເສີດແດ່ຄະນະ ພັກ-ຄະນະບັນຊາຕະຫຼອດຮອດ ພະນັກງານ-ນັກຮົບທົ່ວກອງບັນ ຊາການທະຫານແຂວງຈຳປາ ສັກ. ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ ເຮັດສຳເລັດ ທຸກໜ້າທີ່ອັນມີກຽດສະຫງ່າທີ່ ພັກ ແລະ ປະຊາຊົນລາວມອບໝາຍ ໃຫ້.
ໂອກາດດຽວກັນ ທ່ານ ພັນ ເອກ ລັດຕະນະວົງ ຫຼວງກິ່ງ ກໍ ໄດ້ຕາງໜ້າຄະນະ ກ່າວສະແດງ ຄວາມຂອບໃຈຢ່າງສູງຕໍ່ຄະນະປະຕິບັດງານພິເສດກອງ K 53 ທີ່ໄດ້ນຳເອົາຂອງຂວັນເຂົ້າອວຍ ພອນໃນຄັ້ງນີ້ ເຊິ່ງເປັນການປະ ກອບສ່ວນອັນສຳຄັນເຂົ້າໃນການ ເສີມສ້າງຄວາມສາມັກຄີລະ ຫວ່າງກອງບັນຊາການທະຫານ ແຂວງຈຳປາສັກ ກັບກອງ K 53 ໃຫ້ນັບມື້ງອກງາມແຕກດອກ ອອກຜົນເວົ້າລວມແມ່ນຄວາມ ສະມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານລະຫວ່າງ ປະຊາຊົນ
ສອງຊາດ ລາວ-ຫວຽດນາມ,
ຫວຽດນາມ-ລາວ, ກອງທັບ
ລາວ-ກອງທັບຫວຽດນາມ ໃຫ້
ນັບມື້ແໜ້ນແຟ້ນຂຶ້ນໄປເລື້ອຍໆ.
ໂດຍ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ