ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລັດວິສາຫະກິດ ບໍລິສັດ ອວຍພອນ ຄະນະນຳ ປກສ ແຂວງຫົວພັນ
ເວລາອອກຂ່າວ: 2021-04-21 08:37:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 364 | ຄວາມນິຍົມ:



ຫວ່າງບໍ່ດົນຜ່ານມານີ້, ບັນດາອົງການ, ພະແນກການ, ລັດວິສາຫະກິດ ບໍລິສັດ ຫ້າງຮ້ານ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນຄະນະນຳ, ນາຍ ແລະ ພົນຕຳຫຼວດ ກອງບັນຊາການ ປກສ ແຂວງຫົວພັນ ໃນໂອກາດ ວັນສ້າງຕັ້ງກຳລັງ ປກສ ຄົບ ຮອບ 60 ປີ ບັນດາອົງ, ພະແນກ ການ, ລັດວິສາຫະກິດ ບໍລິສັດ ຫ້າງຮ້ານອ້ອມຂ້າງແຂວງຫົວ ພັນ ໄດ້ນຳເອົາຄວາມສາມັກ ຄີຮັກແພງອັນອົບອຸ່ນເຂົ້າມາ ອວຍພອນ ແລະ ຢ້ຽມຢາມຖາມ ຂ່າວຄະນະນຳ, ນາຍ ແລະ ພົນ ຕຳຫຼວດທຸກໝູ່ເຫຼົ່າ ຈົ່ງມີສຸຂະ ພາບແຂງແຮງ, ຮັກສາໄດ້ເຂດ ນ້ຳແດນດິນ ແລະ ປິຕິພູມອັນ ແສນຮັກຂອງຊາດ ໄວ້ໃຫ້ໝັ້ນຄົງ ສີວິໄລ, ຮັກສາມູນເຊື້ອອັນອົງ ອາດກ້າຫານຂອງກຳລັງ ປກສ, ຮັກສາເຂດທີ່ໝັ້ນປະຫວັດສາດ ໄວ້ໃຫ້ໝັ້ນຄົງ, ຄວາມສາມັກຄີ ຮັກຫອມຕອມຕູມ ເຊິ່ງກັນ ແລະ ກັນຕະຫຼອດໄປ, ໂອກາດນີ້ ແຕ່ລະພາກສ່ວນ ກໍໄດ້ພັດປ່ຽນ ກັນຂຶ້ນມອບກະຕ່າຂອງຂວັນ ໃຫ້ຄະນະນຳ, ນາຍ ແລະ ພົນ ຕຳຫຼວດກອງບັນຊາການ ປກສ ແຂວງຫົວພັນ. ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ແອນ ອຸ່ນອານົງນຸດ ກຳມະການຄະນະປະຈຳພັກ ແຂວງ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ໄດ້ສະແດງ ຄວາມຂອບໃຈມາຍັງ ບັນດາ ອົງການ, ພະແນກການ, ລັດວິ ສາຫະກິດ ບໍລິສັດ ຫ້າງຮ້ານ ທີ່ໄດ້ສະຫຼະເວລາ ເຂົ້າມາອວຍ ພອນ ຄະນະນໍາ, ນາຍ ແລະ ພົນຕຳຫຼວດ ຂອງກອງບັນຊາ ການ ປກສແຂວງ ໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ ປົກປັກຮັກສາຄວາມສະຫງົບສຸກ, ເຂດນ້ຳແດນດິນ ຂອງແຂວງ ຫົວພັນ ໄວ້ໃຫ້ໝັ້ນຄົງຕະຫຼອດ ໄປ ພ້ອມທັງຮັກສາຄວາມສາມັກ ຄີອັນໜັກແໜ້ນ ເພື່ອພ້ອມກັນ ເຮັດສຳເລັດໜ້າທີ່ ທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້. ໂດຍ: ໄຜ່ຄຳ ແກ້ວສອນພຽນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ