ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພະແນກຄູພູມສາດ - ປະຫວັດສາດນຳພານັກຮຽນທັດສະນະສຶກສາ
ເວລາອອກຂ່າວ: 2021-04-21 08:35:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 242 | ຄວາມນິຍົມ:



ຫວ່າງບໍ່ດົນຜ່ານມານີ້, ພະ ແນກຄູພູມສາດ-ປະຫວັດສາດ ຫ້ອງສຶກສາໂຮງຮຽນກໍ່ສ້າງ ນາຍສິບເລກ 2 ວຽງໄຊ ໄດ້ນຳ ພານັກຮຽນຊັ້ນ ມ 7 ທັດສະ ນະສຶກສາ, ເຊິ່ງນຳພາໂດຍ ສະ ຫາຍ ພັນໂທ ຄູຂັນ ແກ້ວບຸນມີ ຫົວໜ້າຫ້ອງສຶກສາ ພ້ອມຄະນະ, ມີ ສະຫາຍ ພັນໂທ ນາງ ອ່ອນສີ ວັນນະວົງ ຫົວພະແນກຄູພູມສາດ-ປະຫວັດສາດ ພ້ອມຄະນະ, ມີສະ ຫາຍ ພັນໂທ ເມກດາວັນ ພັນທະ ວົງ ຫົວໜ້າການເມືອງກອງພັນ (ນັກຮຽນ ມ 7) ພ້ອມດ້ວຍນັກ ຮຽນ 268 ສະຫາຍ. ສະຫາຍ ພັນໂທ ນາງ ອ່ອນ ສີ ວັນນະວົງ ໄດ້ໃຫ້ຮູ້ວ່າ: ການ ທັດສະນະໃນຄັ້ງນີ້ ກໍໍເພື່ອໃຫ້ ນັກຮຽນໄດ້ຮັບຮູ້ແຫຼ່ງທ່ອງ ທ່ຽວທາງທຳມະຊາດ, ປະຫວັດ ສາດ ແລະ ວັດທະນະທໍາ-ສັງຄົມ ເຊິ່ງເປັນສະຖານທີ່ມີຊື່ສຽງຂອງ ເຂດແຂວງພາກໃຕ້ ເປັນຕົ້ນແມ່ນ ສວນອະນຸສອນສະຖານ ທ່ານ ສີທົນ ກົມມະດຳ, ແຫຼ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ແລະ ທ່າແຕງ ຟາມຣີສອດ ແຂວງເຊກອງ, ທັງເປັນການເກັບກໍາບົດຮຽນ ທາງປະຫວັດສາດອັນເປັນມູນ ເຊື້ອແຫ່ງການຕໍ່ສູ້ຂອງປະຊາ ຊົນລາວບັນດາເຜົ່າທີ່ໄດ້ນໍາພາ ໂດຍ ທ່ານ ສີທົນ ກົມມະດຳ ເຊິ່ງ ແມ່ນນັກປະຕິວັດທີ່ມີຄວາມສາ ມາດພິເສດໃນການຕໍ່ສູ້ກັບສັດ ຕູຜູ້ຮຸກຮານດ້ວຍກຳລັງອາວຸດ ທີ່ມີພິກໄຫວ ແລະ ສະຫຼຽວສະ ຫຼາດຄ່ອງແຄ້ວ. ທ່ານມີຄວາມ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ມີອຸດົມການອັນສູງສົ່ງເດັດ ຂາດຍອມຕາຍແຕ່ບໍ່ຍອມຈຳ ນົນຕໍ່ສັດຕູ ເພື່ອພາລະກິດປະ ຕິວັດທີ່ຝັງເລິກຢູ່ໃນຄວາມຊົງ ຈຳຢ່າງບໍ່ມີວັນລືມຂອງປະຊາ ຊົນໃນເຂດພາກໃຕ້. ພ້ອມກັນນັ້ນ, ຍັງໃຫ້ນັກຮຽນຮູ້ເຖິງຄວາມອຸດົມ ສົມບູນທາງດ້ານຊັບພະຍາກອນ ທໍາມະຊາດທີ່ສວຍສົດງົດງາມ ຂອງປະເທດເຮົາ ທັງເປັນການ ໂຄສະນາ ສົ່ງເສີມການທ່ອງທ່ຽວ ພາຍໃນປະເທດໃຫ້ກວ້າງຂວາງ ເພື່ອສ້າງເສດຖະກິດໃຫ້ມີການ ເຕີບໃຫຍ່ຂະຫຍາຍຕົວໄປຢ່າງບໍ່ຢຸດຢັ້ງ. ໂດຍ: ສົມພົງ ແກ້ວປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ