ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບໍລິສັດ 705 ອວຍພອນປີໃໝ່ຄະນະກອງບັນຊາການທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2021-04-21 08:22:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 105 | ຄວາມນິຍົມ:



ໃນຕົ້ນເດືອນເມສາ 2021, ສະຫາຍ ພັນເອກ ຫງວຽນວັນ ບາວ ປະທານບໍລິສັດ 705 ກອງ ທັບປະຊາຊົນຫວຽດນາມ ພ້ອມ ຄະນະໄດ້ເຂົ້າອວຍພອນຄະນະ ພັກ-ຄະນະບັນຊາ ກອງບັນຊາ ການທະຫານແຂວງຫຼວງພະ ບາງ ຢູ່ທີ່ຫ້ອງຮັບແຂກຂອງ ກອງບັນຊາການ. ໂດຍການ ຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມ ໄປດ້ວຍໄມຕີຈິດມິດຕະພາບສະໜິດສະໜົມຈາກ ສະຫາຍ ພັນໂທ ຄໍາບົງ ໄຊຍະວົງສາ ຮອງກອງບັນ ຊາການ ຫົວໜ້າຫ້ອງເຕັກນິກທະ ຫານແຂວງຫຼວງພະບາງ ພ້ອມ ຄະນະ. ໃນໂອກາດດັ່ງກ່າວ ປະ ທານບໍລິສັດ 705 ກອງທັບ ປະຊາຊົນຫຽວດນາມ ກໍໄດ້ກ່າວ ຄໍາອວຍໄຊໃຫ້ພອນອັນປະເສີດ ມາຍັງຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ ຫຼວງພະບາງ ແລະ ຜ່ານໄປຍັງ ພະນັກງານ-ນັກຮົບໃນທົ່ວກອງ ບັນຊາການທະຫານແຂວງທີ່ ໄດ້ເອົາໃຈໃສ່ເຄື່ອນໄຫວເຮັດໜ້າ ທີ່ວຽກງານໃນການປົກປັກຮັກ ສາ ແລະ ພັດທະນາປະເທດຊາດ ໃນໂອກາດບຸນປີໃໝ່ ລາວ ພສ 2564 ຈົ່ງມີແຕ່ຄວາມສຸກໂຊກດີ ແລະ ສໍາເລັດໃນທຸກໜ້າທີ່ວຽກ ງານທີ່ຊາດ ແລະ ປະຊາຊົນມອບ ໝາຍໃຫ້ເພື່ອຮັບປະກັນເຮັດໃຫ້ ແຂວງມີສະຖຽນລະພາບທາງ ດ້ານການເມືອງທີ່ໝັ້ນຄົງ, ສັງ ຄົມມີຄວາມສະຫົງບສຸກສີວິໄລ ປະຊາຊົນໄດ້ຮັບການພັດທະນາ ມີຊີວິດການເປັນຢູ່ດີຂຶ້ນ ແລະ ສະຫາຍ ພັນເອກ ຫວຽນວັນ ບາວ ຍັງໄດ້ທົບທວນຫວນຄືນສາຍ ພົວພັນທີ່ເປັນມູນເຊື້ອອັນດີງາມ ທີ່ມີມາແຕ່ດົນນານລະຫ່ວາງ ກອງບັນຊາການທະຫານແຂວງ ຫຼວງພະບາງ ກອງທັບປະຊາຊົນ ລາວ ແລະ ບໍລິສັດ 705 ກອງ ທັບປະຊາຊົນຫວຽດນາ ມທີ່ໄດ້ສາ ມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນພາລະກິດປົກປັກຮັກ ສາ ແລະ ພັດທະນາປະເທດຊາດ ຂອງສອງຊາດ ລາວ-ຫວຽດ ນາມ ແລະ ພ້ອມທັງເປັນກຽດ ກ່າວມອບເຄື່ອງໃຫ້ກອງບັນຊາ ການທະຫານແຂວງເຊິ່ງໃນນີ້ ມີຕູ້ນໍ້າຮ້ອນ-ນໍ້າເຢັນ, ຈໍໂທລະ ພາບຊຳຊຸງ 55 ນີ້ວ, ເຄື່ອງ ພົ່ນຢາຂ້າເຊື້ອພະຍາດໂຄວິດ 19, ກະຕິກນໍ້າຮ້ອນ, ເຄື່ອງວັດ ແທກອຸນຫະພູມ ແລະ ພ້ອມທັງ ມອບເຄື່ອງບໍລິໂພກຈໍານວນ 6 ແກັດ ຈາກກອງບັນຊາການທະ ຫານແຂວງດຽນບຽນ ທີ່ຟາກ ໃຫ້ກອງບັນຊາການທະຫານ ແຂວງຫຼວງພະບາງຕື່ມອີກ. ໂດຍແມ່ນ ສະຫາຍ ພັນໂທ ຄໍາບົງ ໄຊຍະວົງສາ ຮອງກອງບັນຊາ ການ ຫົວໜ້າຫ້ອງເຕັກນິກພ້ອມ ຄະນະພັກ-ຄະນະບັນຊາກອງບັນ ຊາການທະຫານແຂວງຫຼວງ ພະບາງ ເປັນຜູ້ກ່າວຮັບ ແລະ ພ້ອມທັງສະແດງຄວາມ, ຂອບ ໃຈເປັນຢ່າງສູງມາຍັງສະຫາຍ ພັນເອກ ຫວຽນວັນບາວ ພ້ອມ ດ້ວຍຄະນະທີ່ຍາມໃດກໍເປັນຫ່ວງ ເປັນໄຍຈຶ່ງໄດ້ນໍາເອົາວັດຖຸເຄື່ອງ ຈໍາ ນວນດັ່ງກ່າວມາມອບໃຫ້ ແລະ ພ້ອມທັງກ່າວວ່າຈະນໍາເອົາເຄື່ອງ ໄປນໍາໃຊ້ໃຫ້ຖືກຕ້ອງ ແລະ ເກີດ ປະໂຫຍດຢ່າງສູງສຸດ ແລະ ອວຍ ພອນສາຍພົວພັນມິດຕະພາບ ການຮ່ວມມືຮອບດ້ານລາວ- ຫວຽດນາມ ໂດຍສະເພາະກອງບັນຊາການທະຫານແຂວງຫຼວງພະບາງ ກອງທັບປະຊາຊົນລາວ ແລະ ບໍລິສັດ 705 ກອງທັບປະ ຊາຊົນຫວຽດນາມຈົ່ງນັບມື້ຂຽວສົດງົດງາມໝັ້ນຄົງທະນົງແກ່ນຕະຫຼອດກາລະນານ. ໂດຍ: ໄຊຍະສອນ ລັດຕະນະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ