ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງການເມືອງທະຫານແຂວງວຽງຈັນມອບເງິນນະໂຍບາຍໃຫ້ຄອບຄົວພະນັກງານທີ່ເສຍຊີວິດ
ເວລາອອກຂ່າວ: 2021-04-21 08:19:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 60 | ຄວາມນິຍົມ:



ໃນວັນທີ 13 ເມສາ 2021 ນີ້, ຫ້ອງການເມືອງກອງບັນຊາ ການທະຫານແຂວງວຽງຈັນ ໄດ້ ຈັດພິທີມອບເງິນນະໂຍບາຍໃຫ້ ຄອບຄົວພະນັກງານທີ່ເສຍຊີວິດລວມທັງໝົດ 334.722.360 ກີບ, ໃຫ້ກຽດມອບເງິນ ຈຳນວນ ດັ່ງກ່າວໂດຍ ສະຫາຍ ພັນເອກ ສົມພັນ ເຮືອງພະຈັນ ຄະນະພັກກອງບັນຊາການຫົວໜ້າຫ້ອງ ການເມືອງກອງບັນຊາການທະ ຫານແຂວງວຽງຈັນ, ມີພະແນກ ການກ່ຽວຂ້ອງ ແລະ ຄອບຄົວ ພະນັກງານທີ່ເສຍຊີວີິດເຂົ້າຮ່ວມ. ໂດຍປະຕິບັດຕາມຄຳສັ່ງແນະ ນຳຂອງກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງປະຕິບັດກົດ ໝາຍປະກັນສັງຄົມ ແລະ ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດ ດີການສັງຄົມ ວ່າດ້ວຍການ ຈັດຕັ້ງປະຕິບັດວຽກງານປະກັນ ສັງຄົມຢູ່ກະຊວງປ້ອງກັນປະ ເທດ, ໄດ້ຕົກລົງອະນຸມັດມອບ ເງິນນະໂຍບາຍໃຫ້ຄອບຄົວພະ ນັກງານທີ່ເສຍຊີວິດຢູ່ກອງບັນ ຊາການທະຫານແຂວງວຽງຈັນ ຈຳນວນ 5 ຄອບຄົວ. ທັງນີ້ກໍ ເພື່ອເປັນການປະຕິບັດນະໂຍ ບາຍທັງເປັນຂອງຂວັນກໍາລັງໃຈ ໃຫ້ຄອບຄົວພະນັກງານທີ່ເສຍ ຊີວິດ ເຊິ່ງຜ່ານມາໄດ້ປະກອບ ສ່ວນສ້າງຜົນງານໃຫ້ກົມກອງ ນັບແຕ່ມື້ເຂົ້າເຮັດການປະຕິວັດ ຈົນຮອດວາລະສຸດທ້າຍຢ່າງສົມ ກຽດ. ໂດຍ: ສາຍຄຳ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ