ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໝາກອະງຸ່ນ ເຕັມໄປດ້ວຍສັບພະຄຸນ
ເວລາອອກຂ່າວ: 2021-04-20 08:28:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ອະງຸ່ນ ແມ່ນໝາກໄມ້ຊະນິດ ໜຶ່ງ ທີ່ຫຼາຍຄົນອາດຮູ້ຈັກ ແລະ ເຄີຍໄດ້ຮັບປະທານ ເພາະເປັນ ໝາກໄມ້ ທີ່ມີຂາຍຢູ່ຕາມຕະຫຼາດ ທົ່ວໄປ ແລະ ທີ່ສໍາຄັນລົດຊາດ ກໍ ເປັນທີ່ຍອມຮັບຂອງຫຼາຍໆຄົນ, ອີກຢ່າງມັນກໍສາມາດຮັບປະ ທານ ໄດ້ແບບງ່າຍໆ ພຽງແຕ່ ລ້າງໃຫ້ສະອາດແລ້ວກໍສາມາດ ຮັບປະທານໄດ້ເລີຍ ນອກຈາກຈະ ມີລົດຊາດ ແຊບແລ້ວ ໝາກອະ ງຸ່ນຍັງມີປະໂຫຍດຫຼາຍຕໍ່ສຸຂະ ພາບ ແລະ ສາມາດເພີ່ມຄວາມ ງາມໄດ້ນຳອີກ. ໃນໝາກອະງຸ່ນ ມີວິຕາມິນ ແລະ ສານອາຫານຫຼາກຫຼາຍ ໂດຍສະເພາະແມ່່ນຢູ່ນຳເປືອກ ແລະ ແກ່ນ ຢ່າງທີ່ເຮົາເຄີຍໄດ້ຮູ້ ໃນຜະລິດຕະພັນທີ່ມີໝາກອະງຸ່ນ ເປັນສ່ວນປະສົມ ເຊັ່ນວ່າ ຄີມບຳ ລຸງຜິວ ແລະ ຜະລິດຕະພັນອາຫານ ເສີມ ເຫຼົ່ານີ້ເປັນຕົ້ນ. ໃນແກ່ນ ໝາກອະງຸ່ນມີນໍ້າມັນທີ່ເປັນຕົວ ຊ່ວຍສໍາຄັນເຮັດໃຫ້ຫຼອດເລືອດ ແຂງແຮງ, ຫຼຸດຄວາມສ່ຽງຕໍ່ ການຈັບໂຕຂອງກ້ອນເລືອດ ແລະ ຫຼຸດຄໍເລດເຕີ (ໄຂມັນທີ່ບໍ່ດີ), ຊ່ວຍປ້ອງກັນພະຍາດກ່ຽວກັບ ລະບົບເລືອດ ແລະ ຫົວໃຈ. ສ່ວນວິຕາມິນຕ່າງໆທີ່ຢູ່ໃນ ໝາກອະງຸ່ນ ເຊັ່ນວ່າ ວິຕາມິນ ເອ1, ບີ1, ບີ 2 ແລະ ເກືອແຮ່ ຕ່າງໆ ເປັນຕົວຊ່ວຍກະຕຸ້ນໃຫ້ ຮ່າງກາຍສົດຊື່ນແຂງແຮງ, ສ່ວນນໍ້າຕານໃນໝາກອະງຸ່ນ ເປັນສິ່ງທີ່ເຮັດໃຫ້ຮ່າງກາຍດູດ ຊຶມໄປໃຊ້ໄດ້ດີ, ຊ່ວຍກະຕຸ້ນໃຫ້ ຕັບເຮັດໜ້າທີ່ຟອກເລືອດ. ນອກນີ້ ອະງຸ່ນ ຍັງມີສານຕ້ານ ໝາກອະນຸມູນອິດສະຫຼະ ເຊິ່ງສ່ວນ ໃຫຍ່ເຮົາຈະບໍລິໂພກ ສານຊະນິດ ນີ້ໄດ້ຈາກໝາກອະງຸ່ນສົດໆ ຫຼື ນໍ້າສະກັດໝາກອະງຸ່ນສານຊະ ນິດນີ້ ມີສ່ວນຊ່ວຍໃຫ້ສະໝອງ ຂອງຄົນເຮົາແຂງແຮງດີຂຶ້ນສາ ມາດເພີ່ມຄວາມຈື່ຈໍາໄດ້ດີ, ປະ ໂຫຍດຈາກໝາກອະງຸ່ນບໍ່ພຽງ ແຕ່ຈະເປັນການບໍາລຸງ ແລະ ຮັກ ສາສຸຂະພາບພາຍໃນເທົ່ານັ້ນ ແລ້ວມັນຍັງເປັນຢາບໍາລຸງ ຜິວໜ້າ ແລະ ເສັ້ນຜົມອີກດ້ວຍ ໂດຍການເອົາໝາກອະງຸ່ນແດງ ຫຼື ສີມ່ວງປະມານ 30 ກຣາມ ມາປະສົມກັບນໍ້າໝາກແຕງ ກວາ ແລະ ນໍ້າເຜິ້ງ ແນວລະ 1 ບ່ວງມາປັ່ນລວມເຂົ້າກັນໃຫ້ ລະອຽດແລ້ວເອົາ ທາໃສ່ໜ້າ ປະໄວ້ປະມານ 10-15 ນາທີ ແລ້ວລ້າງອອກດ້ວຍນໍ້າສະອາດ ເທົ່ານີ້ຜິວໜ້າກໍຈະຊຸ່ມຊື່ນສົດ ໃສຂຶ້ນສ່ວນການບໍາລຸງເສັ້ນ ຜົມນັ້ນແມ່ນໃຫ້ໃຊ້ນໍ້າໝາກ ອະງຸ່ນສົດໆ 1-2 ບ່ວງມາປະສົມ ກັບນໍ້າຢາສະຜົມແລ້ວນໍາມາ ສະຜົມປະໄວ້ປະມານ 5 ນາທີ ແລ້ວລ້າງອອກດ້ວຍນໍ້າສະອາດ ແລ້ວເສັ້ນຜົມຈະນຸ່ມຊຸ່ມຊື່ນ, ດໍາດີມີສີສັນຂຶ້ນກວ່າເກົ່າ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ