ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮ້ານຂາຍຢາແສງດາວ ແລະ ຄຣີນິກ ດຣ ຄຳເຟືອງ ມອບເຄື່ອງໃຫ້ຫ້ອງການສະຫະພັນແມ່ຍິງກອງທັບ
ເວລາອອກຂ່າວ: 2021-04-20 08:24:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 158 | ຄວາມນິຍົມ:



ຫວ່າງບໍ່ດົນມານີ້, ຮ້ານຂາຍ ຢາແສງດາວ ແລະ ຄຮີນິກ ດຣ ຄຳເຟືອງ ໄດ້ນໍາເອົາອຸປະກອນ ເຄື່ອງໃຊ້, ອາຫານ ແລະ ຢາ ມູນ ຄ່າ 6 ລ້ານກວ່າກີບ ມາມອບໃຫ້ ຫ້ອງການສະຫະພັນແມ່ຍິງກອງ ທັບ ເພື່ອນໍາໄປມອບຕໍ່ໃຫ້ອ້າຍ ນ້ອງທະຫານທີ່ພວມປະຕິບັດໜ້າ ທີ່ຕາມຂອບເຂດຫ່າງໄກສອກ ຫຼີກໂດຍການກ່າວມອບຂອງ ທ່ານ ດຣ ຄຳເຟືອງ ແສນສະຖິດ ພ້ອມດ້ວຍຄອບຄົວ, ກ່າວຮັບໂດຍ ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງການສະ ຫະພັນແມ່ຍິງກອງທັບ. ໂອກາດດັ່ງກ່າວ ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ດຣ ຄຳເຟືອງ ແສນສະຖິດ ພ້ອມດ້ວຍຄອບຄົວ ທີ່ເຫັນໄດ້ ຄວາມໝາຍ, ຄວາມສຳຄັນຂອງ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ເຊິ່ງໃຫ້ການຊຸກຍູ້ຊ່ວຍເຫຼືອອຸປະກອນເຄື່ອງໃຊ້, ອາຫານ ແລະ ຢາ ໃນຄັ້ງນີ້ ພ້ອມທັງສັນຍາວ່າຈະນຳເອົາໄປ ມອບຕໍ່ໃຫ້ພະນັກງານ-ນັກຮົບ ທີ່ພວມປະຕິບັດໜ້າທີ່ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຢູ່ເຂດທຸລະກັນດານຫ່າງໄກ ເພື່ອ ປະກອບສ່ວນຊຸກຍູ້ໃຫ້ກຳລັງ ໃຈເຂົາເຈົ້າມີຄວາມບຸກບືນຫ້າວ ຫັນປະຕິບັດໜ້າທີ່ອັນມີກຽດ ທີ່ພັກ-ລັດ, ປະເທດຊາດມອບ ໝາຍໃຫ້. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ