ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພະແນກເສນາກອງພັນໃຫຍ່ 279 ສະຫຼຸບວຽກງານປ້ອງກັນ ປະຈຳປີ 2020
ເວລາອອກຂ່າວ: 2021-04-20 08:23:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 144 | ຄວາມນິຍົມ:



ວັນທີ 7 ເມສາ 2021 ນີ້, ພະ ແນກເສນາກອງພັນໃຫຍ່ 279 ໄດ້ສະຫຼຸບວຽກງານປ້ອງກັນປະ ຈໍາປີ 2020 ແລະ ຜ່ານແຜນການ ປ້ອງກັນປີ 2021 ພາຍໃຕ້ການ ເປັນປະທານຂອງ ສະຫາຍ ພັນ ເອກ ເມກສະຫວັນ ແກ້ວດວງດີ ຫົວໜ້າການທະຫານກອງພັນ ໃຫຍ່ 279, ມີພະແນກການ, ກອງພັນນ້ອຍ, ກອງຮ້ອຍເອກະ ລາດ ຕະຫຼອດຮອດພະນັກງານ ຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພັນໂທ ສຸລິຄອນ ລຽງຄໍາອ່ອນ ຫົວໜ້າຂະແໜງ ສູ້ຮົບ ໄດ້ຂຶ້ນຜ່ານບົດສະຫຼຸບວຽກ ງານປ້ອງກັນປະຈໍາປີ 2020 ແລະ ຜ່ານແຜນການປ້ອງກັນປະ ຈໍາປີ 2021 ໂດຍປະຕິບັດຕາມ ທິດຊີ້ນໍາຂອງພະແນກສະໜາມ ຮົບ ກົມໃຫຍ່ເສນາທິການກອງ ທັບ ວ່າດ້ວນການສະຫຼຸບວຽກ ງານປ້ອງກັນທີ່ຕັ້ງເຮັດໃຫ້ມີ ຄວາມສະຫງົບປະຈໍາປີ 2020, ອີງໃສ່ຜົນສໍາເລັດໃນການຈັດ ຕັ້ງເຄື່ອນໄຫວປະຕິບັດແຜນການ ປ້ອງກັນທີ່ຕັ້ງຂອງກອງພັນໃຫຍ່ 279 ເພື່ອເຮັດໃຫ້ສະພາບມີ ຄວາມສະຫງົບ, ຄະນະພັກ-ຄະ ນະບັນຊາ ໄດ້ຊີ້ນໍາບັນດາກົມກອງ ທີ່ຂຶ້ນກັບຈັດຕັ້ງກໍາລັງລົງກໍ່ສ້າງ ຮາກຖານການເມືອງ ແບບມູນ ເຊື້ອຢູ່ຂອບເຂດກົມກອງຮັບຜິດ ຊອບລົງເກັບກາສະພາບລວມຢູ່ 18 ໝູ່ບ້ານ ຜ່ານການລົງກໍ່ສ້າງ ຮາກຖານສາມາດເກັບກໍາສະ ພາບປະກົດການຫຍໍ້ທໍ້ຕ່າງໆ ໃນ ຂອບເຂດກົມກອງຮັບຜິດຊອບ ແມ່ນມີຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບ ຮ້ອຍ, ວຽກງານກຽມພ້ອມສູ້ຮົບ ຄະນະພັກ-ຄະນະບັນຊາ ແຕ່ລະ ຂັ້ນໄດ້ເອົາໃຈໃສ່ເພີ່ມທະວີການ ກຽມພ້ອມສູ້ຮົບ ນັບແຕ່ຂັ້ນກອງ ພັນໃຫຍ່ລົງຮອດກົມກອງຮາກ ຖານຕາມ 3 ພາວະໃນນີ້ໄດ້ຈັດ ຕັ້ງລະບົບປະຈໍາການ ມີປະຈໍາ ການບັນຊາ, ສິດປະຈໍາການສູ້ຮົບ ແລະ ສິດປະຈໍາການບໍລິຫານ ຕະຫຼອດ 24 ຊົ່ວໂມງ, ຢູ່ບັນດາ ກອງພັນນ້ອຍ, ກອງຮ້ອຍເອກະ ລາດ ມີກໍາລັງພາຫະນະ, ອາວຸດ-ລູກກະສູນກຽມພ້ອມສູ້ຮົບຕາມ ຄໍາສັ່ງຂັ້ນເທິງຢ່າງເຂັ້ມງວດຈັດ ຕັ້ງກໍາລັງປ້ອງກັນທີ່ຕັ້ງ ແລະ ອອກເຄື່ອນໄຫວສາລະເວຂອບ ເຂດກົມກອງຮັບຜິດຊອບ ໃນ 1 ປີຜ່ານມາແມ່ນມີຄວາມສະຫງົບ ໂດຍພື້ນຖານ, ວຽກງານປ້ອງກັນ ເປົ້າໝາຍ ໄດ້ເອົາໃຈໃສ່ຊີ້ນໍາບັນ ດາກົມກອງຈັດຕັ້ງເຄື່ອນໄຫວ ປ້ອງກັນເວນຍາມ, ສາລະເວ ໃນ ນີ້ໄດ້ສຸມໃສ່ສໍານັກງານອົງການ, ປ້ອງກັນກອງປະຊຸມຕ່າງໆ, ວັນ ບຸນປະເພນີເຮັດໃຫ້ສະພາບມີ ຄວາມສະຫງົບ ຜ່ານການຈັດຕັ້ງ ປະຕິບັດໜ້າທີວຽກງານປ້ອງກັນ ວັນສໍາຄັນຕ່າງໆ ເຮັດໃຫ້ພະນັກ ງານ-ນັກຮົບໄດ້ຮັບການຍ້ອງຍໍ ຈາກຂັ້ນເທິງ ໃນນີ້ ໄດ້ໃບຍ້ອງ ຍໍຫຼຽນໄຊພິລາດອາດຫານຊັ້ນ III ຈໍານວນ 59 ສະຫາຍ, ໃບຍ້ອງ ຍໍກະຊວງປ້ອງກັນປະເທດ ຈໍາ ນວນ 86 ສະຫາຍ, ໃບຍ້ອງຍໍຂັ້ນ ກົມໃຫຍ່ການເມືອງກອງທັບ ຈໍາ ນວນ 116 ສະຫາຍ. ໂດຍ: ນ. ມະນີວັນ ນິທະກອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ