ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກ-ຄະນະບັນຊາທະຫານແຂວງໄຊຍະບູລີ ວາງພວງມາລາວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ
ເວລາອອກຂ່າວ: 2021-04-20 08:19:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 122 | ຄວາມນິຍົມ:



ໃນວັນທີ 7 ເມສາ 2021, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງໄຊຍະບູລີ ເຊິ່ງນຳໂດຍ ສະຫາຍ ພັນເອກ ໄວຍາກອນ ເພັດສະລາດ ຫົວໜ້າຫ້ອງເສນາທິການ ກອງ ບັນຊາການທະຫານແຂວງໄຊ ຍະບູລີ ໄດ້ເຂົ້າຮ່ວມວາງພວງມາ ລາຢູ່ອານຸສາວະລີຂອງແຂວງ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ( 5 ເມສາ 1961 -5 ເມສາ 2021). ການເຂົ້າຮ່ວມວາງພວງມາ ລາໃນຄັ້ງນີ້ປະກອບມີ: ກ້ອນ ການນໍາຂອງແຂວງ, ກ້ອນ ຕໍາຫຼວດ, ກ້ອນທະຫານ, ກ້ອນ ນັກຮຽນ, ກ້ອນນັກສຶກສາ, ກ້ອນ ຊາວໜຸ່ມ, ກ້ອນເສດຖະກິດ, ກ້ອນວັດທະນະທຳ-ສັງຄົມ ແລະ ກ້ອນການເມືອງ ທັງນີ້ກໍເປັນການ ຈາລຶກເຖິງຜົນງານຄຸນງາມ ຄວາມດີຂອງພະນັກງານ-ນັກຮົບ ຜູ້ທີ່ເສຍສະຫຼະຊີວິດ ເພື່ອປະ ເທດຊາດໃນເມື່ອກ່ອນ ທັງເປັນ ການສະແດງເຖິງຄວາມຮູ້ບຸນ ຄຸນຕໍ່ພະນັກງານ-ນັກຮົບປະຕິ ວັດທີ່ຍອມເສຍສະຫຼະຊີວິດເພື່ອ ພາລະກິດປົກປັກຮັກສາປະເທດ ຊາດຢ່າງເດັດດ່ຽວ ແລະ ອົງ ອາດກ້າຫານ. ໃນໂອກາດນີ້, ຍັງ ໄດ້ເຂົ້າຮ່ວມຮັບຟັງປາຖະກະຖາມູນເຊື້ອການເຕີບໃຫຍ່ຂະຫຍາຍ ຕົວການຕໍ່ສູ້ຢ່າງພິລະອາດຫານຂອງກຳລັງປ້ອງກັນຄວາມສະ ຫງົບຕະຫຼອດໄລຍະ 60 ປີ ຜ່ານມາ. ໂດຍ: ໄຊຍະສັກ ມະນີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ