ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງໝໍທະຫານນະຄອນຫຼວງວຽງຈັນ ສັກຢາວັກຊີນ ປ້ອງກັນພະຍາດ ໂຄວິດ-19
ເວລາອອກຂ່າວ: 2021-04-20 08:17:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ:



ໃນຕົ້ນເດືອນເມສາ 2021, ໂຮງໝໍທະຫານນະຄອນຫຼວງ ວຽງຈັນ ໄດ້ຈັດຕັ້ງສັກຢາວັກຊີນ ປ້ອງກັນພະຍາດ ໂຄວິດ-19 ໃຫ້ ພະນັກງານແພດໝໍທີ່ເປັນກຸ່ມ ສ່ຽງສູງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ບຸນເຈີ ຄຳມະວົງ ຫົວໜ້າຫ້ອງພະລາທິການ ກອງ ບັນຊາການທະຫານນະຄອນ ຫຼວງວຽງຈັນ, ມີຄະນະພັກ-ຄະ ນະບັນຊາ, ພະນັກງານ-ນັກຮົບພາຍໃນໂຮງໝໍທະຫານນະຄອນຫຼວງວຽງຈັນເຂົ້າຮ່ວມ. ການສັກຢາວັກຊີນໃນຄັ້ງນີ້, ກໍເພືຶ່ອປະຕິບັດຕາມທິດຊີ້ນຳ ຂອງກະຊວງສາທາລະນະສຸກ ແລະ ຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄ ວິດ-19 ໃຫ້ມີປະສິດທິຜົນສູງ, ໂດຍສະເພາະແມ່ນການສັກຢາ ວັກຊີນໃຫ້ແກ່ພະນັກງານແພດ ໝໍ ຢູ່ໂຮງໝໍທະຫານນະຄອນ ຫຼວງວຽງຈັນ ທີ່ເປັນກຸ່ມສ່ຽງ ສູງໃນການປະຕິບັດໜ້າທີ່, ເພື່ອ ເປັນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19, ໂດຍຫຼຸດ ຜ່ອນການຕິດເຊື້ອ, ຫຼຸດຜ່ອນສະພາວະຄວາມກົດດັນທາງສັງຄົມ, ພ້ອມກັນນັ້ນກໍຍັງເປັນການສະ ແດງຄວາມເປັນແບບຢ່າງໃນ ການສັກຢາວັກຊີນໃນຄັ້ງນີ້ເພື່ອ ແນໃສ່ສືບຕໍ່ນຳເອົາວັກຊີນດັ່ງ ກ່າວໄປບໍລິການໃຫ້ພະນັກງານ- ນັກຮົບ ໃນທົ່ວທະຫານນະຄອນ ຫຼວງວຽງຈັນ ໃຫ້ມີຄວາມຮັບ ປະກັນ ແລະ ປອດໄພ 100%. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ