ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງຈຳປາສັກ ຈັດຕັ້ງເຊື່ອມຊຶມວຽກງານພັກ - ວຽກງານການເມືອງ
ເວລາອອກຂ່າວ: 2021-04-20 08:15:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 80 | ຄວາມນິຍົມ:



ກອງປະຊຸມເຊື່ອມຊືມວຽກ ງານພັກ-ວຽກງານການເມືອງ ທົ່ວກອງບັນຊາການທະຫານ ແຂວງຈໍາປາສັກ ຈັດຂຶ້ນລະ ຫວ່າງວັນທີ 5-6 ເມສາ 2021 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສຸໄກ ພິມ ມະສານ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການ ທະຫານ ກອງບັນຊາການທະ ຫານແຂວງຈໍາປາສັກ ມີຄະນະ ພັກ-ຄະນະບັນຊາ 5 ຫ້ອງກອງ ບັນຊາການ ເລຂາຄະນະພັກຮາກ ຖານບັນດາກົມກອງ 9 ຕົວເມືອງ 1 ນະຄອນ, ກອງພັນ, ກອງຮ້ອຍ ເອກະລາດ, ໂຮງຮຽນ-ໂຮງໝໍ ທີ່ຂຶ້ນກັບກອງບັນຊາການທະ ຫານແຂວງຈໍາປາສັກເຂົ້າຮ່ວມ. ກ່າວເປີດກອງປະຊຸມ ສະ ຫາຍ ພົນຈັດຕະວາ ສຸໄກ ພິມມະ ສານ ໄດ້ກ່າວວ່າ: ກອງປະຊຸມ ວຽກງານພັກ-ວຽກງານການ ເມືອງໃນຄັ້ງນີ້ ໄດ້ໄຂຂຶ້ນໃນທ່າມກາງຄວາມຮຽກຮ້ອງຕ້ອງການ ຂອງສະພາບໃນໄລຍະໃໝ່ເພື່ອ ເປັນການປັບປຸງເພີ່ມທະວີກົດລະ ບຽບວິໄນຂອງພັກ ປັບປຸງເພີ່ມ ທະວີຄວາມເປັນເອກະພາບທາງ ດ້ານແນວຄິດ ແລະ ການກະທໍາ ພາຍໃນພັກສ້າງບັນດາການຈັດ ຕັ້ງພັກ ແລະ ສະມາຊິກພັກໃຫ້ມີ ຄວາມປອດໃສ ເຂັ້ມແຂງ ໜັກ ແໜ້ນໃນທຸກດ້ານ. ກອງປະຊຸມໄດ້ເຊື່ອມຊຶມມະ ຕິກອງປະຊຸມໃຫ່ຍຜູ້ແທນທົ່ວ ປະເທດຄັ້ງທີ XI ຂອງພັກປະ ຊາຊົນປະຕິວັດລາວ, ມະຕິກອງ ປະຊຸມຄົບຄະນະຄັ້ງທີ 2 ຂອງຄະ ນະບໍລິຫານງານສູນກາງພັກ ສະ ໄໝທີ XI ແລະ ຜ່ານກົດລະບຽບ ຂອງພັກສະໄໝ ທີ XI ໂດຍ ສະ ຫາຍ ພັນເອກ ແຫວນຄໍາ ຈະ ເລີນວົງ ຮອງເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາ ການທະຫານແຂວງ ພ້ອມທັງ ຜ່ານກົດລະບຽບຂອງພັກປະຊາ ຊົນປະຕິວັດລາວສະໄໝທີ XI. ກອງປະຊຸມໄດ້ຜ່ານບົດຕີລາ ຄາການນໍາພາ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງ ປ້ອງກັນປະເທດວາງອອກ ເຊິ່ງ ຄະນະບໍລິຫານງານພັກ ກອງ ບັນຊາການທະຫານແຂວງ ຈໍາ ປາສັກສະໄໝທີ V ໄດ້ເຮັດສໍາ ເລັດຫຼາຍດ້ານ ແລະ ບາງຈຸດອ່ອນ ຄົງຄ້າງທີ່ຕ້ອງແກ້ໄຂ. ກອງປະ ຊຸມຄັ້ງນີ້, ສະຫາຍ ພົນຈັດ ຕະວາ ສຸໄກ ພິມມະສານ ໄດ້ກ່າວເນັ້ນ ໜັກໃຫ້ສະມະຊິກພັກຫຼັກແຫຼ່ງແຕ່ ລະຂັ້ນຈົ່ງກໍາແໜ້ນເນື້ອໃນກອງ ປະຊຸມຢ່າງເລິກເຊິ່ງນໍາໄປຈັດຕັ້ງ ຜັນຂະຫຍາຍໃນກົມກອງຂອງ ຕົນ ໃຫ້ແທດເຖິງຕົວຈິງສາມາດສ້າງໄດ້ຜົນສໍາເລັດໃໝ່ຫຼາຍດ້ານ ຕອບສະໜອງໄດ້ກັບຄວາມຮຽກ ຮ້ອງຕ້ອງການຂອງສະພາບການ ໃນໄລຍະໃໝ່ຢ່າງແທ້ຈິງ. ໂດຍ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ