ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພົບປະແຮກສ່ຽວລະຫວ່າງໜັງສືພິມກອງທັບກັບບໍລິສັດລັດວິສາຫະກິດນ້ຳມັນເຊື້ອໄຟວຽງຈັນ
ເວລາອອກຂ່າວ: 2021-04-20 08:09:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 81 | ຄວາມນິຍົມ:



ວັນທີ 12 ເມສາ 2021 ນີ້, ຢູ່ທີ່ ບໍລິສັດ ລັດວິສາຫະກິດ ນໍ້າມັນເຊື້ອໄຟວຽງຈັນ ໄດ້ມີພິທີ ເຊັນບົດບັນທຶກແຮກສ່ຽວ ລະ ຫວ່າງໜັງສືພິມກອງທັບປະຊາ ຊົນລາວ ກັບ ບໍລິສັດ ລັດວິສາຫະ ກິດນໍ້າມັນເຊື້ອໄຟວຽງຈັນ ໂດຍ ມີ ສະຫາຍ ພັນເອກ ຄຳສາວ ແກ້ວວິເສດ ຫົວໜ້າບັນນາທິການ ໜັງສືພິມກອງທັບປະຊາຊົນ ລາວ, ສະຫາຍ ພັນໂທ ບຸນທົງ ກອງເທດມະນີ ຜູ້ອໍານວຍການ ບໍລິສັດ ລັດວິສາຫະກິດ ນໍ້າມັນ ເຊື້ອໄຟວຽງຈັນ ພ້ອມດ້ວຍຄະ ນະ ແລະ ບັນດາພະນັກງານຫຼັກ ແຫຼ່ງທັງສອງຝ່າຍເຂົ້າຮ່ວມ. ຈຸດປະສົງຂອງການພົວພັນ ຮ່ວມມືແຮກສ່ຽວລະຫວ່າງສອງ ກົມ ກອງໃນຄັ້ງນີ້ແນໃສ່ເພື່ອເປັນ ການເພີ່ມທະວີການພົວພັນຮັດ ແໜ້ນຄວາມສາມັກຄີລະຫວ່າງ ຄະນະພັກ-ຄະນະນໍາ ແລະ ອ້າຍ ເອື້ອຍນ້ອງພະນັກງານ-ນັກຮົບ ຂອງທັງສອງກົມກອງໃຫ້ເປັນ ຂະບວນການຟົດຟື້ນ ແລະ ກວ້າງ ຂວາງ ພ້ອມທັງສ້າງໂອກາດໃຫ້ ມີການເຄື່ອນໄຫວພົບປະແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ ພ້ອມກັນເຮັດສໍາເລັດໜ້າທີ່ ການເມືອງທີ່ໄດ້ຮັບມອບໝາຍ ໃຫ້ມີປະສິດທິພາບສູງຂຶ້ນ ເລື້ອຍໆ; ເປັນການສ້າງຂະ ບວນ ການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ, ຂອງພັກ ໃຫ້ ເປັນຂະບວນການຟົດຟື້ນກວ້າງ ຂວາງ ແລະ ມີຄວາມໝາຍຄວາມ ສໍາຄັນອັນເລິກເຊິ່ງ; ເປັນການ ສ້າງສາຍພົວພັນທີ່ດີລະຫວ່າງ ຄະນະພັກ-ຄະນະບັນຊາ ທັງສອງ ກົມກອງໄດ້ແລກປ່ຽນບົດຮຽນ ຄວາມຮູ້ເຊິ່ງກັນ ແລະກັນ ທັງໄດ້ ຮ່ວມກິດຈະກໍານຳກັນໃນໂອກາດທີ່ເໝາະສົມ. ໂອກາດດັ່ງກ່າວ ຄະນະພັກ-ຄະນະບັນຊາທັງສອງຝ່າຍກໍໄດ້ ສົນທະນາປຶກສາຫາລືແລກປ່ຽນ ບົດຮຽນໃນການຊີ້ນຳບັນຊາ ແລະ ພັດທະນາກົມກອງໃນໄລຍະຜ່ານ ມາ ເພື່ອປັບປຸງໝູນໃຊ້ໃຫ້ຖືກຕ້ອງ ແທດເໝາະກັບສະພາບຈຸດພິເສດ ຂອງແຕ່ລະກົມກອງໃນອະນາ ຄົດ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ