ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຟີລິບປິນ ແລະ ອາເມຣິກາ ຈະຈັດການຊ້ອມຮົບຮ່ວມ "ຄຽງບ່າຄຽງໄຫຼ່" ປະຈຳປີ
ເວລາອອກຂ່າວ: 2021-04-18 15:15:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 22 | ຄວາມນິຍົມ:



ສຳນັກຂ່າວ ຟອກສນີວ ລາຍ ງານໃນວັນທີ 16 ເມສານີ້, ກອງ ທັບຟີລິບປິນກ່າວວ່າ: ຟີລິບປິນ ແລະ ອາເມຣິກາໄດ້ຕົກລົງຈະ ຈັດການຊ້ອມຮົບຮ່ວມ “ຄຽງ ບ່າຄຽງໄຫຼ່” ປະຈຳປີ 2021 ເປັນເວລາສອງອາທິດ ຍ້ອນໄດ້ຮັບຜົນກະທົບຈາກ ການແຜ່ລະບາດຂອງພະຍາດ ໂຄວິດ-19, ການຊ້ອມຮົບຮ່ວມ“ຄຽງບ່າຄຽງໄຫຼ່”ໃນປີນີ້ຈະມີຂະໜາດຫຼຸດນ້ອຍກວ່າປີຜ່ານມາ ໂດຍການຊ້ອມຮົບໃນປີນີ້ມີທະ ຫານພຽງແຕ່ 1.700 ຄົນ ເຂົ້າ ຮ່ວມ, ໃນນັ້ນ, ມີທະຫານອາເມ ຣິກາ 700 ຄົນ ແລະ ຟີລິບປິນ 1 ພັນຄົນ, ການຊ້ອມຮົບສ່ວນ ໜຶ່ງຈະດຳເນີນຜ່ານທາງອອນ ລາຍ. ການຊ້ອມຮົບຮ່ວມ“ຄຽງບ່າ ຄຽງໄຫຼ່”ແມ່ນການຊ້ອມຮົບ ຮ່ວມແຜນທຳມະດາປະຈຳປີລະ ຫວ່າງຟີລິບປິນ-ອາເມຣິກາ. ຍ້ອນໄດ້ຮັບຜົນກະທົບຈາກການ ແຜ່ລະບາດຂອງພະຍາດ ໂຄວິດ-19, ຟີລິບປິນແລະອາເມຣິກາ ຈຶ່ງໄດ້ຍົກເລີກການຊ້ອມຮົບຮ່ວມ ປະຈຳປີ 2020. ຟີລິບປິນເຄີຍໄດ້ປະກາດຈະ ຢຸດຕິການປະຕິບັດ “ສັນຍາຢ້ຽມ ຢາມທາງກອງທັບ”ຫຼື VFA ໃນເດືອນກຸມພາປີ 2020, ແຕ່ ຫຼັງຈາກນັ້ນກໍໄດ້ໂຈະການປະ ຕິບັດສັນຍາດັ່ງກ່າວເປັນການ ຊົ່ວຄາວໂດຍອ້າງ “ການປ່ຽນ ແປງຂອງສະຖານະການພາກ ພື້ນໃນປັດຈຸບັນ”



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ