ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະຜູ້ແທນ ມະຫາວິທະຍາໄລ ປ້ອງກັນຊາດ ສປ ຈີນ ຢ້ຽມຢາມ ແລະ ມອບວັດຖຸປັດໄຈໃຫ້ ວປກ
ເວລາອອກຂ່າວ: 2018-12-27 09:16:45 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 399297320 | ຄວາມນິຍົມ:



ໃນຕອນບ່າຍຂອງວັນທີ 20 ທັນວາ 2018 ນີ້, ຄະນະຜູ້ແທນ ຈາກມະຫາວິທະຍາໄລປ້ອງກັນ ຊາດ ສປ ຈີນ ໄດ້ເຂົ້າຢ້ຽມຢາມ ແລະ ມອບວັດຖຸປັດໄຈໃຫ້ວິທະ ຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເຊິ່ງນຳໂດຍສະຫາຍ ພົນໂທ ສຽວ ທຽນ ລ້ຽງ, ຮອງ ຫົວໜ້າອຳນວຍການມະຫາວິທະ ຍາໄລປ້ອງກັນຊາດ ສປ ຈີນ. ໃຫ້ກຽດຕ້ອນໂດຍສະຫາຍພົນ ຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ, ກຳມະການຄະນະພັກກະຊວງ ປ້ອງກັນປະເທດ, ຫົວໜ້າການ ເມືອງ ວປກ ພ້ອມດ້ວຍຄະນະ. ສຳລັບວັດຖຸປັດໄຈທີ່ນຳມາ ມອບໃນຄັ້ງນີ້ປະກອບມີເຄື່ອງ ຂະຫຍາຍສຽງຂະຫນາດໃຫຍ່ ຈຳນວນ 3 ຊຸດ, ເຄື່ອງຂະ ຫຍາຍສຽງຂະນາດນ້ອຍຈຳ ນວນ: 05 ຊຸດ, ອຸປະກອນການ ຟັງສຽງຈຳນວນ: 01 ຊຸດ, ເຄື່ອງປັບອາກາດຈຳນວນ: 15 ເຄື່ອງ, ໂຕະ, ຕັ່ງຫ້ອງຮຽນ ຄອມພິວເຕີຈຳນວນ: 70 ຊຸດ, ຄອມພິວເຕີຕັ້ງໂຕະຈຳນວນ: 70 ໜ່ວຍ, ເຊີບເວີ້ຈຳນວນ: 03 ໜ່ວຍ, ໝໍ້ເກັບໄຟຟ້າຈຳນວນ: 50 ໜ່ວຍ, ເຄື່ອງສາຍໂປຼເຈັກເຕີ ຈຳນວນ: 12 ເຄື່ອງ, ໜ້າຈໍໂປຼ ເຈັກເຕີຈຳນວນ: 20 ແຜ່ນ, ເຄື່ອງ ສາຍສະໄລ້ ຈຳນວນ: 05 ເຄື່ອງ, ແຜ່ນແລ່ນກະດານຈຳນວນ: 10 ຊຸດ, ຄານຄີກ-ຄານຄູ່ຈຳນວນ: 20 ອັນ ແລະ ເຕັ້ນກາງຈຳນວນ: 10 ຊຸດ. ສຳລັບອຸປະກອນທີ່ນຳ ມາມອບໃນຄັ້ງນີ້ກໍເພື່ອເປັນການ ປະກອບສ່ວນເຂົ້າໃນການ ຮຽນ-ການສອນຂອງວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິ ຫານ. ທັງຍັງເປັນການປະກອບ ສ່ວນເພື່ອຂໍ່ານັບຮັບຕ້ອນວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ. ໂອກາດດຽວກັນນີ້, ທ່ານພົນ ຈັດຕະວາ ຄຳຫລ້າ ພັນໄຊຍະ ສຸກ ກໍໄດ້ໃຫ້ການຕ້ອນຮັບຢ່າງ ອົບອຸ່ນ ແລະ ຕີລາຄາສູງຕໍ່ການ ມາຢ້ຽມຢາມ ແລະ ນຳເອົາວັດຖຸ ອຸປະກອນຮັບໃຊ້ການຮຽນການ ສອນມາມອບໃນຄັ້ງນີ້, ເຊິ່ງ ເປັນການປະກອບສ່ວນອັນສຳ ຄັນເຂົ້າໃນການຮັດແໜ້ນສາຍພົວ ພັນການຮ່ວມມື ລາວ-ຈີນ ທີ່ ມີມາແຕ່ດົນນານໃຫ້ມີການຂະ ຫຍາຍຕົວ ແລະ ມີປະສິດທິຜົນ ສູງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ