ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເອັບຊີ ຈັນທະບູລີ ສະເໝີ ກອງທັບເອັບຊີ 1-1ປະຕູ ໃນການແຂ່ງຂັນລາວລີກ1
ເວລາອອກຂ່າວ: 2021-04-18 15:10:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 349223195 | ຄວາມນິຍົມ:



ການແຂ່ງຂັນເຕະບານລາວ ລີກ 1 ປະຈຳປີ 2021 ອາທິດທີ 3 ໃນອາທິດຜ່ານມາຢູ່ສະໜາມ ກີລາແຫ່ງຊາ ຫຼັກ 16, ເອບຊີ ຈັນທະບູລີ (ລາວໂຕໂຢຕ້າແຊັມ ເກົ່າ) ທີ່ໝາຍໝັ້ນປ້ອງກັນແຊັມ ແລະ ສ້າງປະຫວັດສາດຄອງ ແຊັມລີກສູງສຸດ 5 ສະໄໝຕິດຕໍ່ ກັນພົບກັບກອງທັບ ເອບຊີ ທີມ ທີ່ ພິຊິດແຊັມລີກສູງສຸດຂອງປະ ເທດ ຫລາຍສຸດ 8 ສະໄໝ. ແຊັມເກົ່າ ນຳກ່ອນຈາກ 1-0 ຈາກ ຣາຟາເອວ ໂຣດີເກດ ໃນນາ ທີ 15 ແຕ່ທ້າຍເຄິ່ງເວລາທີໜຶ່ງ ກອງທັບ ຕີສະເໝີຈາກອານຸກອນ ຍົມມະລາດ ນາທີ 41, ເຄິ່ງຫຼັງ ແຊັມເກົ່າເດີນເກມບຸກຫວັງເອົາ ປະຕູໄຊ ແຕ່ເຈາະເກມຮັບກອງ ທັບ ບໍ່ໄດ້ຈົບເກມ ສະເໝີກັນ 1-1.ກອງທັບ ເອັບຊີ ຍັງບໍ່ຊະ ນະ ເອັບຊີ ຈັນທະບູລີ 8 ນັດຫຼັງສຸດທີ່ພົບກັນ ເສຍ 6 ສະເໝີ 2 ເອັບຊີ ຈັນທະບູລີ ແຂ່ງ 2 ນັດ ສະເໝີທັງສອງນັດ ນັດຜ່ານມາ ສະເໝີກັບ ວຽງຈັນ ເອັບຊີ 1-1, ຂະນະທີ່ ກອງທັບ ເອັບຊີ ແຂ່ງ 3 ນັດ ຊະນະ 1 ສະເໝີ 1 ເສຍ 1 ຊະນະ ວຽງຈັນ ເອັບຊີ 2-1 ແລະ ເສຍໃຫ້ ເອັດສະຣາ 1-2. ນັດຕໍ່ໄປ ກອງທັບ ເອັບຊີ ຈະພົບກັບ ຊ້າງ ນ້ອຍ ໃນວັນທີ 24 ເມສານີ້, ສ່ວນ ເອັບຊີ ຈັນທະບູລີ ຈະພົບກັບ ເອັດ ສະຣາ ໃນວັນດຽວກັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ