ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມັດຊູຢາມະ ນັກກັອບຊາຍຍີ່ປຸ່ນ ຄົນທຳອິດ ຍາດໄດ້ແຊັມກັອບເມເຈີ 2021
ເວລາອອກຂ່າວ: 2021-04-18 15:09:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 87 | ຄວາມນິຍົມ:



ການແຂ່ງຂັນກັອບເມເຈີ The Masters ປະຈຳປີ 2021 ເຊິ່ງເປັນຄັ້ງທີ 85 ໃນວັນທີ 8-11 ເມສາຜ່ານມາ, ທີ່ສະໜາມ Augusta National Golf Club ລັດຈໍເຈຍ ສະຫະລັດອາເມຣິກາ, ປະກົດວ່າ: ຮິເດກິ ມັດຊູຢາມະ ໄວອາຍຸ 29 ປີ ອັນດັບ 25 ຂອງ ໂລກ ສ້າງປະຫວັດສາດ ເປັນນັກ ກັອບຊາຍຍີ່ປຸ່ນຄົນທຳອິດສາ ມາດຍາດໄດ້ແຊັມເມເຈີ ຄະແນນ ລວມ 4 ວັນ -10 ອັນເດີພາ ເອົາ ຊະນະ ວິວ ຊາລາໂຕຣິ ນັກກັອບ ເຈົ້າພາບ ອັນດັບ 46 ຂອງໂລກ ພຽງໜຶ່ງສະໂຕຣກ. ສຳລັບ ຮິເດກິ ມັດຊູຢາມະ ຮັບເງິນລາງວັນ 2,070,000 ໂດລາ ຫຼື ປະມານ 19 ຕື້ກວ່າກີບ. ການແຂ່ງຂັນຄັ້ງນີ້ໄດ້ເປີດຮັບຜູ້ ຊົມອີກຄັ້ງ ພາຍຫລັງຄັ້ງຜ່ານມາ ປິດຮັບຜູ້ຊົມເພື່ອປ້ອງກັນການ ລະບາດຂອງພະຍາດໂຄວິດ-19 ໂດຍຈຳກັດໄວ້ທີ່ 12,000 ຄົນ ຕໍ່ວັນ ແຕ່ທຸກຄົນຕ້ອງປະຕິບັດ ມາດຕະຖານປ້ອງກັນພະຍາດ ຢ່າງເຂັ້ມງວດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ