ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສປປ ເກົາຫຼີ ຖອນຕົວບໍ່ເຂົ້າຮ່ວມ ໂອແລມປິກ ໂຕກຽວ 2020 ຍ້ອນໂຄວິດ-19
ເວລາອອກຂ່າວ: 2021-04-18 15:07:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 64 | ຄວາມນິຍົມ:



ສປປ ເກົາຫຼີ ຂໍຖອນຕົວ ຮ່ວມງານມະຫາກຳກີລາ ໂອ ແລມປິກ ລະດູຮ້ອນ ຄັ້ງທີ 32 ຫຼື ໂອແລມປິກ ໂຕກຽວ 2020 ທີ່ເລື່ອນມາແຂ່ງຂັນໃນປີ 2021 ຍ້ອນຜົນກະທົບຂອງພະຍາດ ໂຄວິດ-19 ໂດຍ ສປປ ເກົາຫຼີ ໃຫ້ເຫດຜົນວ່າ: ເປັນຫ່ວງນັກ ກີລາອາດຕິດເຊື້ອ ໂຄວິດ-19 ໃນລະຫວ່າງການແຂ່ງຂັນເພາະ ສະພາບຍັງບໍ່ປອດໄພເຕັມຮ້ອຍ. ນີ້ເປັນຄັ້ງທຳອິດໃນຮອບ 33 ປີ ທີ່ ສປປ ເກົາຫຼີ ບໍ່ເຂົ້າຮ່ວມກີ ລາໂອແລມປິກລະດູຮ້ອນ ຕໍ່ຈາກ ປີ 1984-1988, ສປປ ເກົາຫຼີ ເຂົ້າຮ່ວມ ໂອແລມປິກ ລະດູຮ້ອນ ຄັ້ງທຳອິດໃນປີ 1972 ຜົນງານ ຕະຫຼອດການເຂົ້າຮ່ວມ ໂອແລມ ປິກ ລະດູຮ້ອນ ຍາດຫຼຽນໄດ້ທັງ ໝົດ 54 ຫຼຽນ ໃນນີ້ 16 ຫຼຽນ ຄຳ 16 ຫຼຽນເງິນ ແລະ 22 ຫຼຽນ ທອງ. ສະເພາະຄັ້ງຜ່ານມາໄດ້ 2 ຫຼຽນຄຳ 3 ຫຼຽນເງິນ ແລະ 2 ຫຼຽນທອງ. ສຳລັບ ງານກີລາໂອແລມປິກ ໂຕກຽວ 2020 ເລື່ອນໄປແຂ່ງ ຂັນໃນປີ 2021 ຍ້ອນຜົນກະ ທົບຂອງພະຍາດ ໂຄວິດ-19 ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 23 ກໍລະກົດ ຫາວັນທີ 8 ສິງຫາປີນີ້ ຊິງ 339 ຫຼຽນຄຳ ໃນ 33 ປະເພດກິລາ, ຈາກນັ້ນ ຈະສືບຕໍ່ເປັນເຈົ້າພາບແຂ່ງຂັນ ກີລາໂອແລມປິກຂອງຄົນພິການ ຫຼື ພາຣາແລມປິກ ຄັ້ງທີ 16 ໃນ ວັນທີ 24 ສິງຫາ ຫາວັນທີ 5 ກັນຍາປີນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ