ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານຊາຍແດນ ແຂວງກວາງຈິ ອວຍພອນ ກອງພົນທີ 4
ເວລາອອກຂ່າວ: 2021-04-18 15:05:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 90 | ຄວາມນິຍົມ:



ວັນທີ 5 ເມສາ 2021 ນີ້, ຢູ່ດ່ານສາກົນຊາຍແດນລາວ ບາວ, ສະຫາຍ ພັນເອກ ຫງວຽນ ບາຍວຽດ ຮອງຫົວໜ້າກອງບັນ ຊາການທະຫານຊາຍແດນແຂວງ ກວາງຈິ ສສ ຫວຽດນາມ ພ້ອມ ດ້ວຍຄະນະ ໄດ້ນຳເອົາຂອງຂວັນ ແລະ ກະຕ່າດອກໄມ້ເຂົ້າອວຍ ພອນຄະນະພັກ-ຄະນະບັນຊາ ກອງພົນທີ 4, ເນື່ອງໃນໂອ ກາດ ວັນບຸນປີໃໝ່ລາວ ພສ 2564, ໂດຍມີ ສະຫາຍ ພັນເອກ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງ ກອງພົນທີ 4 ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງສົມກຽດ. ສະຫາຍ ພັນເອກ ຫງວຽນ ບາຍວຽດ ໄດ້ຕາງໜ້າໃຫ້ຄະນະ ພັກ-ຄະນະບັນຊາກົມກອງກ່າວ ອວຍພອນໄຊອັນປະເສີດມາຍັງ ສະຫາຍ ພັນເອກ ສົມຈິດ ກິດຕິ ຍະລາດ ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງພົນ, ຕະຫຼອດ ຮອດນາຍ ແລະ ພົນທະຫານ ທົ່ວກອງພົນທີ 4 ເນື່ອງໃນໂອ ກາດປີໃໝ່ລາວ ພສ 2564 ຈົ່ງ ມີສຸຂະພາບແຂງແຮງ, ມີພາລະ ນາໄມສົມບູນທັງສ່ວນຕົວ ແລະ ຄອບຄົວ ພ້ອມກັນເຮັດສຳເລັດ ໜ້າທີ່ວຽກງານທີ່ພັກ-ລັດການ ຈັດຕັ້ງຂັ້ນເທິງມອບໝາຍໃຫ້. ໂອກາດດັ່ງກ່າວ, ສະຫາຍ ພັນ ເອກ ສົມຈິດ ກິດຕິຍະລາດ ຕາງ ໜ້າໃຫ້ຄະນະພັກ-ຄະນະບັນຊາ ກອງພົນທີ 4 ຕະຫຼອດຮອດນາຍ ແລະ ພົນທະຫານ ທົ່ວກອງພົນທີ 4 ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ ສະຫາຍ ພັນເອກ ຫງວຽນ ບາຍວຽດ ພ້ອມດ້ວຍ ຄະນະ ທີ່ຍາມໃດກໍເຫັນໄດ້ເຖິງ ຄວາມໝາຍ, ຄວາມສຳຄັນຂອງ ງານບຸນປະເພນີອັນດີງາມຂອງ ລາວທີ່ເຄີຍມີມູນເຊື້ອສືບຕໍ່ກັນ ມາເປັນເວລາຍາວນານ, ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະພ້ອມກັນ ສືບຕໍ່ຮັດແໜ້ນຄວາມສາມັກຄີ ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພີ່ມທະວີຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ, ສອງກອງ ທັບໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນ ເລື້ອຍໆ. ໂດຍ: ໂພຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ