ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ຣັດເຊຍ ປາຖະກະຖາມູນເຊື້ອ ກອງທັບປະຊາຊົນ ລາວ
ເວລາອອກຂ່າວ: 2018-12-27 09:14:16 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 54 | ຄວາມນິຍົມ:



ເພື່ອຂໍ່ານັບຮັບຕ້ອນວັນສ້າງ ຕັ້ງກອງທັບປະຊາຊົນລາວຄົບ ຮອບ 70 ປີ ທີ່ຈະມາເຖິງນີ້, ໃນ ກາງເດືອນທັນວາ 2018 ທີ່ ຜ່ານມານີ້, ສະຖານເອກອັກຄະ ລັດຖະທູດແຫ່ງ ສປປ ລາວ ປະ ຈຳ ສ.ຣັດເຊຍ ໄດ້ຈັດຕັ້ງປາຖະ ກະຖາຫວນຄືນມູນເຊື້ອແຫ່ງ ການກຳເນີດເຕີບໃຫຍ່ຂະຫຍາຍ ຕົວຂອງກອງທັບປະຊາຊົນລາວ ຄົບຮອບ 70 ປີ 2 ຄັ້ງ, ຄັ້ງ ທີໜຶ່ງທີ່ໂຮງແຮມ ຣັດເຊຍ, ນະ ຄອນ ຊັງປີເຕີສະເບີກ ແລະ ຄັ້ງທີ 2 ທີ່ສະຖານເອກອັກຄະ ລັດຖະທູດ ສປປ ລາວ, ນະຄອນ ຫຼວງມົດສະກູ. ການປາຖະກະຖາ ສອງຄັ້ງດັ່ງກ່າວ ພາຍໃຕ້ການ ເປັນປະທານຂອງທ່ານ ປອ ສີ ວຽງເພັດ ເພັດວໍລະສັກ ເອກ ອັກຄະລັດຖະທູດແຫ່ງ ສປປ ລາວ ແລະ ປາຖະກະຖາໂດຍ ພັນເອກ ບຸນຍົງ ພັນດານຸວົງ ທີ່ປຶກສາທູດ ຝ່າຍປ້ອງກັນຊາດ ປະຈຳ ສະ ຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສ.ຣັດເຊຍ. ເຂົ້າຮ່ວມຟັງປາຖະກະຖາດັ່ງ ກ່າວໄດ້ມີພະນັກງານ ແລະ ສະ ມາຊິກຄອບຄົວຂອງພະນັກງານ ສະຖານທູດ, ມີນັກສຶກສາທະ ຫານ, ນັກສຶກສາພົນລະເຮືອນ, ຄົນລາວທີ່ອາໄສຢູ່ຣັດເຊຍ ແລະ ຄົນຣັດເຊຍຈຳນວນໜຶ່ງຜູ້ທີ່ມີ ການພົວພັນກັບຄົນລາວເຂົ້າ ຮ່ວມ, 170 ກ່ວາຄົນ. ກ່າວປາ ຖະກະຖາ ພັນເອກ ບຸນຍົງ ພັນ ດານຸວົງ ກໍໄດ້ຍົກໃຫ້ເຫັນເຖິງ ມູນເຊື້ອການສ້າງຕັ້ງ, ສູ້ຮົບມີໄຊ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວນັບ ແຕ່ມື້ສ້າງຕັ້ງຈົນຮອດປັດຈຸບັນ ພາຍໃຕ້ການຊີ້ນຳເດັດຂາດໂດຍ ກົງຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ, ກອງທັບປະຊາຊົນ ລາວໄດ້ສ້າງຜົນງານ ແລະ ໄຊ ຊະນະຢ່າງໃຫຍ່ຫຼວງໃນພາລະ ກິດຕໍ່ສູ້ປົດປ່ອຍປະເທດຊາດຈົນ ໄດ້ສະຖາປະນາເປັນປະເທດ ສປປ ລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າງາມ. ນອກ ນັ້ນຍັງໄດ້ຍົກໃຫ້ເຫັນພາລະບົດ, ໜ້າທີ່ຂອງກອງທັບປະຊາຊົນ ລາວໃນການປະຕິບັດສອງໜ້າ ທີ່ຍຸດທະສາດຂອງພັກຄື: ປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ແລະ ຍົກໃຫ້ເຫັນ ເຖິງທາດແທ້ ແລະ ມູນເຊື້ອອັນ ສະຫງ່າອົງອາດຂອງກອງທັບ ປະຊາຊົນລາວ, ລວມທັງທິດທາງ ການພັດທະນາກອງທັບໃນຕໍ່ໄປ. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ ຮັບຟັງການໂອ້ລົມ ແລະ ໃຫ້ຄຳ ໂອວາດຕັກເຕຶອນຈາກ ທ່ານ ປອ ສີວຽງເພັດ ເພັດວໍລະສັກ ເອກ ອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສ.ຣັດເຊຍ ຕື່ມອີກ. ການ ດຳເນີນການປາຖະກະຖາໃນ ສອງຄັ້ງນີ້ເຫັນວ່າມີບັນຍາກາດ ດີ, ມີຄວາມເຂົ້າໃຈເຊື່ອມຊຶມຢ່າງ ເລິກເຊິ່ງຕໍ່ປະຫວັດຄວາມເປັນມາ ແລະ ເຫັນໄດ້ທາດແທ້ມູນເຊື້ອ, ຜົນງານ ແລະ ໄຊຊະນະອັນໃຫຍ່ ຫຼວງທີ່ກອງທັບຍາດມາໄດ້ຕະ ຫຼອດໄລຍະ 70 ປີຜ່ານມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ