ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 279 ໄດ້ມອບເງິນນະໂຍບາຍໃຫ້ຄອບຄົວຜູ້ເສຍຊີວິດ
ເວລາອອກຂ່າວ: 2021-04-18 14:49:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 139 | ຄວາມນິຍົມ:



ວັນທີ 8 ເມສາ ປີ 2021 ກອງພັນໃຫຍ່ 279 ໄດ້ຈັດພິທີ ມອບເງິນນະໂຍບາຍໃຫ້ແກ່ບັນ ດາຄອບຄົວພະນັກງານຜູ້ທີ່ເສຍ ຊິວິດ ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ອົ້ມມະນີ ວິວັນ ທອງ ຮອງພະແນກການເມືອງກອງພັນໃຫຍ່ 279, ມີພະແນກ ການທີ່ກ່ຽວຂ້ອງ, ຕະຫຼອດຮອດ ບັນດາຄອບຄົວຜູ້ເສຍຊີວິດເຂົ້າ ຮ່ວມ. ໂດຍປະຕິບັດຕາມກົດໝາຍ ວ່າດ້ວຍການປະກັນສັງຄົມ ສະ ບັບເລກທີິ 54/ສພຊ, ລົງວັນທີ 27 ມິຖຸນາ 2018 ແລະ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງແຮງ ງານ ແລະ ສະຫວັດດີການສັງ ຄົມ, ອີງໃສ່ພາລະບົດບາດໜ້າທີ່ ການເມືອງຂອງກອງທັບປະຊາ ຊົນລາວ ແລະ ອີງຕາມການເສຍ ຊິວິດຂອງ ສະຫາຍ ພັນຕີ ນາງ ສັ້ນ ຄໍາເມິງຄຸນ ສະນັ້ນຂະແໜງ ປະກັນສັງຄົມ ແລະ ຂະແໜງນະ ໂຍບາຍ ໄດ້ມອບເງິນຈໍານວນ 84.388.000 ກີບ ແລະ ມອບ ເງິນໃຫ້ແກ່ຄອບຄົວ ສະຫາຍ ຮ້ອຍໂທ ປຸນປອນ ຈໍານວນ 42.960.540 ກີບ ເພື່ອໃຫ້ຖືກ ຕ້ອງຕາມນະໂຍບາຍຂອງຂັ້ນ ເທິງວາງອອກຢ່າງເຂັ້ມງວດ ໂອກາດດັ່ງກ່າວຕາງໜ້າຄອບ ຄົວທັງ 2 ຄອບຄົວ ໄດ້ກ່າວສະ ແດງຄວາມຂອບໃຈມາຍັງການ ຈັດຕັ້ງຂັ້ນເທິງທີ່ສະແດງຄວາມ ເປັນຫ່ວງ, ເປັນໄຍເຫັນໄດ້ຄວາມ ໝາຍຄວາມສໍາຄັນຕໍ່ວຽກງານ ນະໂຍບາຍ ແລະ ໃຫ້ການຊ່ວຍ ເຫຼືອຕໍ່ຄອບຄົວຜູ້ເສຍຊິວິດມາ ໂດຍຕະຫຼອດ. ໂດຍ: ມະນີວັນ ນິທະກອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ