ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການແຂ່ງຂັນເທຄວັນໂດ ທົ່ວປະເທດ ຊີງຂັນລັດຖະມົນຕີກະຊວງ ສສກ 2021
ເວລາອອກຂ່າວ: 2021-04-13 18:45:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 65 | ຄວາມນິຍົມ:



ການແຂ່ງຂັນເທຄວັນໂດ ທົ່ວ ປະເທດ ຊີງຂັນທ່ານລັດຖະມົນ ຕີກະຊວງສຶກສາທິການ ແລະ ກີ ລາ (ສສກ) ສໍາເລັດຢ່າງເປັນ ທາງການ ຫຼັງຈາກທີ່ແຂ່ງຂັນ ກັນລະຫວ່າງວັນທີ 3-4 ເມສາ 2021 ທີ່ສະໂມສອນກີລາໃນຮົ່ມ ບູຢອງ ວິທະຍາເຂດ ດົງໂດກ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ ປາກົດວ່າ: ສະໂມສອນ ລ້ານຊ້າງ A ກວາດ ໄປ 18 ຫຼຽນຄໍາ, 6 ຫຼຽນເງິນ ແລະ 6 ຫຼຽນທອງ ຄອງຂັນແຊັມປະຈໍາ ການແຂ່ງຂັນລາຍການດັ່ງກ່າວ. ການແຂ່ງຂັນລາຍການດັ່ງ ກ່າວ ມີນັກກີລາເຂົ້າຮ່ວມຊີງໄຊ 380 ກວ່າຄົນ, ຍິງ 126 ຄົນ ຈາກ 29 ພາກສ່ວນພາຍໃນ ຂອບເຂດທົ່ວປະເທດເຂົ້າຮ່ວມ ແລະ ມີການຊີງໄຊທັງໝົດ 120 ລາຍການ ຈາກ 2 ລາຍການ ຄື: ປະເພດຟ້ອນປຸ້ມເຊ້ ແລະ ປະເພດຕໍ່ສູ້ປ້ອງກັນຕົວ ນັບແຕ່ ຮຸ່ນອາຍຸ 8 ປີ, 10 ປີ, 12 ປີ, 15 ປີ, 17 ປີ ແລະ ຮຸ່ນທົ່ວ ໄປ. ຕະຫຼອດໄລຍະ 2 ວັນດັ່ງ ກ່າວ ປາກົດວ່າ 20 ອັນດັບສະ ໂມສອນທີ່ສ້າງຜົນງານດີສຸດມີ ດັ່ງນີ້: ອັນດັບ 1 ສະໂມສອນ ລ້ານຊ້າງ A ຄອງເຈົ້າຫຼຽນຄໍາ ໄປຄອງຍາດໄດ້ 18 ຫຼຽນຄໍາ, 6 ຫຼຽນເງິນ ແລະ 6 ຫຼຽນ ທອງໄດ້ຂັນຊະນະເລີດໄປຄອງ, ອັນດັບ 2: ເສືອນ້ອຍ A ຍາດ ໄດ້ 12 ຫຼຽນຄໍາ, 5 ຫຼຽນເງິນ ແລະ 6 ຫຼຽນທອງ, ອັນດັບ 3: ແຂວງຫຼວງພະບາງຍາດໄດ້ 10 ຫຼຽນຄໍາ, 6 ຫຼຽນເງິນ ແລະ 5 ຫຼຽນທອງ, ອັນດັບ 4: ຕະວັນ ຍາດໄດ້ 8 ຫຼຽນຄໍາ, 9 ຫຼຽນ ເງິນ ແລະ 10 ຫຼຽນທອງ, ອັນ ດັບ 5: ແຂວງ ຈໍາປາສັກຍາດ ໄດ້ 6 ຫຼຽນຄໍາ, 4 ຫຼຽນເງິນ ແລະ 8 ຫຼຽນທອງ, ອັນດັບ 6: ນັນດາຍາດໄດ້ 6 ຫຼຽນຄໍາ, 3 ຫຼຽນເງິນ ແລະ 9 ຫຼຽນທອງ, ອັນດັບ 7: ສະຖາບັນກີລາ-ກາ ຍະກໍາ ຍາດໄດ້ 5 ຫຼຽນຄໍາ, 5 ຫຼຽນເງິນ ແລະ 5 ຫຼຽນທອງ, ອັນດັບ 8: PK ຍາດໄດ້ 4 ຫຼຽນຄໍາ, 4 ຫຼຽນເງິນ ແລະ 4 ຫຼຽນທອງ, ອັນດັບ 9: ກອງທັບ ຍາດໄດ້ 4 ຫຼຽນຄໍາ, 2 ຫຼຽນ ເງິນ ແລະ 1 ຫຼຽນທອງ, ອັນ ດັບ 10: PMS ຍາດໄດ້ 4 ຫຼຽນ ຄໍາ, 1 ຫຼຽນເງິນ ແລະ 7 ຫຼຽນ ທອງ, ອັນດັບ 11: ພະລະສຶກ ສາຍາດໄດ້ 3 ຫຼຽນຄໍາ, 6 ຫຼຽນ ເງິນ ແລະ 9 ຫຼຽນທອງ, ອັນ ດັບ 12: ຮ່ອງສຸພາບ ຍາດໄດ້ 3 ຫຼຽນຄໍາ ແລະ 3 ຫຼຽນເງິນ, ອັນ ດັບ 13: ເຕັງ 1 ຍາດໄດ້ 3 ຫຼຽນ ຄໍາ ແລະ 2 ຫຼຽນເງິນ, ອັນດັບ 14: Master Ley ຍາດໄດ້ 3 ຫຼຽນຄໍາ, 1 ຫຼຽນເງິນ ແລະ 3 ຫຼຽນທອງ, ອັນດັບ 15: ຕຸລິໄຊ ຍາດໄດ້ 2 ຫຼຽນຄໍາ, 6 ຫຼຽນ ເງິນ ແລະ 4 ຫຼຽນທອງ, ອັນ ດັບ 16: ອ໋ອດສະກ້າ ຍາດໄດ້ 2 ຫຼຽນຄໍາ ແລະ ຫຼຽນເງິນ, ອັນ ດັບ 17: ແຂວງຄໍາມ່ວນ ຍາດໄດ້ 1 ຫຼຽນຄໍາ, 11 ຫຼຽນເງິນ ແລະ 6 ຫຼຽນທອງ ແລະ ອັນດັບ 18: VS ຍາດໄດ້ 1 ຫຼຽນຄໍາ ແລະ 5 ຫຼຽນເງິນ. ສ່ວນອັນດັບ 19: ມະຫາວິ ທະຍາໄລແຫ່ງຊາດ ຍາດໄດ້ 1 ຫຼຽນຄໍາ, 4 ຫຼຽນເງິນ ແລະ 14 ຫຼຽນທອງ ແລະ ອັນດັບ 20: ໂຊກໄຊ ຍາດໄດ້ 1 ຫຼຽນຄໍາ, 2 ຫຼຽນເງິນ ແລະ 8 ຫຼຽນ ທອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ