ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຄວິນ ເດີບຣອຍ ຕໍ່ສັນຍາກັບ ແມນຊີຕີ ຮອດປີ 2025
ເວລາອອກຂ່າວ: 2021-04-13 18:42:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 80 | ຄວາມນິຍົມ:



ເຄວິນ ເດີບຣອຍ ກອງກາງ ທີມຊາດ ແບນຊິກ ອາຍຸ 29 ປີ ຕົກລົງຕໍ່ສັນຍາກັບຕົ້ນສັງກັດ ແມນເຊັສເຕີ ຊິຕີ້ ເຖິງປີ 2025 ຢຸດຂ່າວຈະຍ້າຍອອກຈາກທີມ ຫຼັງຈົບລະດູການນີ້ ທີ່ຫຼາຍສື່ຄາດ ວ່າ: ສັນຍາໃໝ່ຂອງ ເດີບຣອຍ ຈະໄດ້ຮັບຄ່າແຮງງານຫຼາຍ ກວ່າ 3 ແສນປອນຕໍ່ອາທິດ ເຊິ່ງ ເປັນນັກກີລາທີ່ໄດ້ຮັບຄ່າແຮງ ງານຫຼາຍສຸດໃນທີມ. ສຳລັບ ເຄວິນ ເດີບຣອຍ ຍ້າຍ ຈາກ ໂວຟບວກ ມາຢູ່ກັບ ແມນ ຊິຕີ້ ໃນປີ 2015 ລົງຫຼີ້ນທັງໝົດ 255 ນັດ ຍິງ 65 ປະຕູລວມ ທຸກລາຍການ ແລະ ແອັສຊິດ ເກືອບ 100 ປະຕູ, ຊ່ວຍທີມໄດ້ ແຊັມ ພຣີເມ່ຍລີກ 2 ສະໄໝ, ເອຟເອຄັບ 1 ສະໄໝ, ລີກຄັບ 4 ສະໄໝຊ້ອນ ແລະ ຄອມມູນີ ຕີ້ຊິວ 1 ສະໄໝ. ນອກຈາກນີ້ ກໍໄດ້ລາງວັນນັກ ເຕະດີເດັ່ນຂອງພຣີເມ່ຍລີກ ລະ ດູການ 2019-20 ແລະ ເປັນ ກອງກາງດີເດັ່ນຂອງ ຢູຟ້າ ແຊັມປ້ຽນລີກ 3 ລະດູການຕິດຕໍ່ ກັນ 2018-2020. ລະດູການ ນີ້ລົງຫຼິ້ນ 33 ນັດ ຍິງ 8 ປະຕູ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ