ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍຊາວໜຸ່ມກອງພັນ 987 ດຳເນີນກອງປະຊຸມໃຫຍ່ຂັ້ນຂອງຕົນ
ເວລາອອກຂ່າວ: 2021-04-13 18:39:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 940 | ຄວາມນິຍົມ:



ວັນທີ 8 ເມສາ 2021 ນີ້, ໜ່ວຍຊາວໜຸ່ມ ກອງພັນ 987 ໄດ້ດໍາເນີນກອງປະຊຸມໃຫຍ່ຄັ້ງ ທີ VI, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ຈັນນະຄອນ ອາດສະໝຸດ ຫົວໜ້າພະແນກຊາວ ໜຸ່ມ ກົມໃຫຍ່ການເມືອງກອງ ທັບ, ມີສະຫາຍ ພັນໂທ ຄໍາເສົາ ວິ ໄລສົມ ຫົວໜ້າການທະຫານກອງ ພັນ 987, ແຂກຖືກເຊີນ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ໄຊຍະສິນ ທອງມີໄຊ ເລຂາໜ່ວຍຊາວໜຸ່ມ ກອງພັນດັ່ງກ່າວໄດ້ຍົກໃຫ້ເຫັນ ສະພາບການຊີ້ນໍາ-ນໍາພາສະມາ ຊິກຊາວໜຸ່ມເຄື່ອນໄຫວວຽກ ງານປິ່ນອ້ອມໜ້າທີ່ການເມືອງ ຂອງກົມກອງ ກໍຄືເນື້ອໃນຂໍ້ແຂ່ງ ຂັນ 4 ບຸກໃນໄລຍະ 5 ປີຜ່ານມາ, ສາມາດຍາດໄດ້ຜົນງານທີ່ເປັນ ພື້ນຖານຫຼາຍດ້ານ ໂດຍສະເພາະ ຂົງເຂດວຽກງານວິຊາສະເພາະ ຂອງຊາວໜຸ່ມໄດ້ກວດກາຫ້ອງ ຂັງ ແລະ ສົ່ງເຂົ້າຜູ້ຕ້ອງຫາ-ນັກ ໂທດ 1.080 ຄັ້ງ, ປ້ອງກັນເວນ ຍາມຜູ້ຕ້ອງຫາ-ນັກໂທດ 21.900 ຄັ້ງ, ເຄື່ອນໄຫວສາລະ ເວຂອບເຂດກົມກອງຮັບຜິດຊອບ 10.950 ຄັ້ງ, ປ້ອງກັນງານບຸນຢູ່ ບ້ານໜອງເຂັງ 5 ຄັ້ງ, ນອກ ຈາກນີ້, ສະມາຊິກຊາວໜຸ່ມຍັງ ໄດ້ເຮັດສໍາເລັດໜ້າທີ່ວິຊາສະ ເພາະຂົງເຂດວຽກງານການ ເງິນ, ວຽກງານອຸປະໂພກ-ບໍລິ ໂພກ, ນໍ້າມັນເຊື້ອໄຟ, ແພດ, ປຸງ ແຕ່ງ ແລະ ວຽກງານເອກະສານ ຂາເຂົ້າ-ຂາອອກ, ພ້ອມທັງໄດ້ ເປັນເຈົ້າການເຂົ້າຮ່ວມຂະບວນ ການດ້ານຕ່າງໆທີີ່ກົມກອງ ກໍຄື ຂັ້ນເທິງຈັດຂຶ້ນ ເປັນຕົ້ນຂະບວນ ການອົບຮົມ-ຫັດແອບ, ຂະບວນ ການສິລະປະ-ວັນນະຄະດີ, ຂະ ບວນການແຂ່ງຂັນກີລາ, ຂະ ບວນການອອກແຮງງານອະນາ ໄມສະຖານທີ່ຄ້າຍຄູ ແລະ ຂະ ບວນການຕ່າງໆ ເຊິ່ງໄດ້ສ້າງບັນ ຍາກາດຟົດຟື້ນເປັນປົກກະຕິ, ດ້ານວຽກງານເພີ່ມພູນຜະລິດ ຜົນ ໄດ້ປຸກລະດົມສະມາຊິກຊາວ ໜຸ່ມປູກພືດຜັກຊະນິດຕ່າງໆປ້ອນ ເຂົ້າເຮືອນຄົວລວມ ແລະ ຂາຍ ສົ່ງຕາມທ້ອງຕະຫຼາດໄດ້ 2.487 ກິໂລ, ຊີ້ນປາໄດ້ 216 ກິໂລ, ເປັດ+ໄກ່ 430 ກິໂລ, ກົບ 150 ກິໂລ ແລະ ນົກກະທາ 1.300 ໂຕ. ຜ່ານພຶດຕິກໍາການເຄື່ອນ ໄຫວວຽກງານໃນໄລຍະຜ່ານມາ ສະມາຊິກຊາວໜຸ່ມໄດ້ຮັບການ ຢັ້ງຢືນເປັນສະມາຊິກຊາວໜຸ່ມ 4 ບຸກ 62 ສະຫາຍ, ໄດ້ຮັບການ ຍ້ອງຍໍປະເພດຕ່າງໆຫຼາຍສະ ຫາຍ ແລະ ໜ່ວຍຊາວໜຸ່ມກໍໄດ້ ຮັບການຢັ້ງຢືນເປັນໜ່ວຍຊາວ ໜຸ່ມ 4 ບຸກຢ່າງສົມກຽດ. ໃນກອງປະຊຸມ ຍັງໄດ້ປ່ອນ ບັດຄັດເລືອກເອົາຄະນະໜ່ວຍ ຊາວໜຸ່ມຊຸດໃໝ່ ໂດຍ ສະຫາຍ ຮ້ອຍເອກ ໄຊຍະສິນ ທອງມີໄຊ ເປັນເລຂາໜ່ວຍ, ສະຫາຍ ຮ້ອຍ ໂທ ຄໍາຫຼ້າ ບູລົມ ເປັນຮອງເລຂາ, ສະຫາຍ ຮ້ອຍໂທ ເທບພອນ ແກ້ວ ມະນີວົງ, ສະຫາຍ ຮ້ອຍໂທ ຄໍາ ແພງ ທໍາມະວົງ, ສະຫາຍ ຮ້ອຍ ໂທ ໄກ່ແກ້ວ ແກ້ວມະນີວົງ ເປັນ ຄະນະ. ໂດຍ: ນ. ຍ້ອມເພັດ ວິໄລພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ