ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປິດຊຸດອົບຮົມ ວິຊາສະເພາະນ້ຳມັນເຊື້ອໄຟ ລະບົບຊັ້ນຕົ້ນ ຊຸດທີ XI
ເວລາອອກຂ່າວ: 2021-04-13 18:25:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 174 | ຄວາມນິຍົມ:



ໃນວັນທີ 9 ເມສາ 2021 ນີ້, ສູນເຝິກອົບຮົມນໍ້າມັນເຊື້ອໄຟ ຊັ້ນຕົ້ນ ໄດ້ປິດຊຸດອົບຮົມວິຊາສະ ເພາະນໍ້າມັນເຊື້ອໄຟລະບົບຊັ້ນ ຕົ້ນ ຊຸດທີ Xl ປະຈໍາສົກປີ 2020-2021 ໂດຍການເຂົ້າຮ່ວມເປັນ ປະທານຂອງ ສະຫາຍ ພົນຈັດ ຕະວາ ສົມໃຈ ເພັດທະວົງສີ ຫົວ ໜ້າກົມນໍ້າມັນເຊື້ອໄຟ, ກົມໃຫຍ່ ພະລາທິການກອງທັບ, ມີຄະນະ ກົມ, ແຂກຖືກເຊີນ, ຄະນະສູນເຝິກ ອົບຮົມ ພ້ອມດ້ວຍນັກເຝິກອົບຮົມ ເຂົ້າຮ່ວມ. ສະຫາຍ ພັນໂທ ອໍາໄພພອນ ພູມມາລາວົງ ຫົວໜ້າການທະ ຫານສູນເຝິກສາງນໍ້າມັນເຊື້ອໄຟຊັ້ນຕົ້ນກອງທັບ ໄດ້ສະຫຼຸບຕີລາຄາຜົນໄດ້ຮັບຂອງການຮຽນການ ສອນວິຊາສະເພາະນໍ້າມັນເຊື້ອໄຟ ຊັ້ນຕົ້ນຕະຫຼອດໄລຍະ 8 ເດືອນ ຜ່ານມາ ຄູ-ອາຈານແມ່ນໄດ້ເອົາ ໃຈໃສ່ໃນການຄົ້ນຄວ້າຕໍາລາຫຼັກ ສູດການຮຽນການສອນ, ໃຫ້ ແທດເໝາະກັບໜ້າທີ່ວຽກງານ ວິຊາສະເພາະ, ບົນພື້ນຖານຕ້ອງ ກຳໄດ້ຫຼັກການເບີກຈ່າຍຄິດ ໄລ່ລະບົບລະເຫີຍອາຍຂອງ ນໍ້າມັນເຊື້ອໄຟໂດຍລວມແລ້ວ ແຕ່ລະສະຫາຍແມ່ນໄດ້ເອົາໃຈ ໃສ່ເຝິກຝົນຫຼໍ່ຫຼອມຕົນເອງ, ກຳແໜ້ນບົດຮຽນພາກທິດສະດີ ແລະ ພາກປະຕິບັດຕົວຈິງ ກໍຄືປະ ຕິບັດຕາມຂໍ້ກຳນົດກົດລະບຽບ ຂອງຂັ້ນເທິງ ວາງອອກເປັນຕົ້ນ ແມ່ນ 7 ລະບອບ 18 ວຽກໃນ ມື້ໜຶ່ງທີ່ກອງທັບວາງ ອອກຢ່າງ ເຂັ້ມງວດ, ມີການຄົ້ນຄວ້າຊອກ ຮູ້ຮໍ່າຮຽນ, ມີຄວາມຫ້າວຫັນບຸກ ບືນ, ແຂ່ງຂັນກັນສ້າງຜົນງານເຮັດໃຫ້ຫຼາຍສະຫາຍໄດ້ກາຍ ເປັນນັກຮຽນດີ, ນັກຮຽນເກັ່ງ ໄດ້ຮັບການຍ້ອງຍໍຊົມເຊີຍຈາກ ຂັ້ນເທິງ ແລະ ຄູ-ອາຈານ. ຜ່ານ ການອົບຮົມຮໍ່າຮຽນຕົວຈິງສາ ມາດຕີລາຄາໄດ້ຄະແນນສະເລ່ຍ ປະເພດເກັ່ງ 50,84%, ປະ ເພດກາງ 49,16%, ຄະແນນ ເສັງຈົບຊັ້ນສະເລ່ຍ 3 ວິຊາ ປະ ເພດເກັ່ງ 59,32%, ປະເພດ ກາງມີ 40,68% ແລະໄດ້ຮັບ ໃບຍ້ອງຍໍນັກຮຽນດີ, ນັກຮຽນ ເກັ່ງຈໍານວນ 10 ສະຫາຍ, ໃບຊົມ ເຊີຍ 20 ສະຫາຍ ຢ່າງສົມກຽດ. ໂດຍ: ນ.ຈ່ອຍ ເພັດດາວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ