ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກຮາກຖານຫ້ອງເຕັກນິກ ທະຫານແຂວງບໍລິຄຳໄຊ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2021-04-13 18:22:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 150 | ຄວາມນິຍົມ:



ວັນທີ 6 ເມສາ 2021 ນີ້, ຫ້ອງເຕັກນິກ ທະຫານແຂວງ ບໍລິຄຳໄຊ ໄດ້ຈັດຕັ້ງພິທີມອບໃບ ຢັ້ງຢືນໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ປະຈໍາປີ 2020 ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວົງພະຈັນ ແກ້ວບຸນເຮືອງ ຄະນະພັກກອງ ບັນຊາການ, ຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງ, ມີຄະນະພັກຮາກຖານ, ຄະນະ ໜ່ວຍພັກ ແລະ ພະນັກງານສະ ມາຊິກພັກເຂົ້າຮ່ວມ. ສະຫາຍ ພັນໂທ ລ່ອງແກ້ວ ແກ້ວພຸດສີ ຫົວໜ້າພະແນກຈັດ ຕັ້ງພັກທະຫານແຂວງບໍລິຄຳໄຊ ໄດ້ຂຶ້ນອ່ານມະຕິຕົກລົງຂອງຄະ ນະປະຈຳພັກແຂວງ ວ່າດ້ວຍ ການຮັບຮອງເອົາໜ່ວຍພັກປອດ ໃສ ເຂັ້ມແຂງ ໜັກແໜ້ນ ປະຈຳ ປີ 2020, ຈໍານວນ 03 ໜ່ວຍພັກ ຄື: ໜ່ວຍພັກເຕັກນິກເຫຼົ່າຮົບ, ໜ່ວຍ ພັກສ້ອມແປງ ແລະ ໜ່ວຍ ພັກ ບໍລິຫານ. ໃນໂອກາດດັ່ງກ່າວ ຍັງໄດ້ຈັດພິທີມອບໃບຍ້ອງຍໍແລະ ໃບຊົມເຊີຍຂັ້ນແຂວງ ແລະ ຂັ້ນກອງບັນຊາການທະຫານ ແຂວງໃຫ້ບັນດາພະນັກງານ ນັກຮົບທີ່ມີຜົນງານດີເດັ່ນໃນການ ປະກອບສ່ວນເຂົ້າໃນການສ້າງ ຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ທົ່ວອົງຄະນະພັກແຂວງບໍລິຄຳ ໄຊ ແລະ ຜູ້ທີ່ມີຜົນງານດີເດັ່ນ ໃນການປະຕິບັດເນື້ອໃນຂໍ້ແຂ່ງ ຂັນຮັກຊາດ ແລະ ພັດທະນາ, ໃນ ນີ້ ໄດ້ມອບໃບຍ້ອງຍໍຂັ້ນແຂວງ ຈຳນວນ 15 ໃບ, ໃບຊົມເຊີຍ 24 ໃບ. ໃບຍ້ອງຍໍຂັ້ນກອງບັນ ຊາການທະຫານແຂວງຈຳນວນ 15 ໃບ ແລະ ໃບຊົມເຊີຍຂັ້ນກອງ ບັນຊາການທະຫານແຂວງ 24 ໃບ. ໂອກາດນີ້, ສະຫາຍ ພັນເອກ ວົງພະຈັນ ແກ້ວບຸນເຮືອງ ຍັງໄດ້ ກ່າວຍ້ອງຍໍຊົມເຊີຍຕໍ່ກັບຜົນ ງານທີ່ກົມກອງຍາດມາໄດ້ໃນ ໄລຍະທີ່ຜ່ານມາ, ພ້ອມທັງເນັ້ນ ໜັກໃຫ້ແຕ່ລະສະຫາຍເອົາໃຈໃສ່ ເປັນເຈົ້າການປະຕິບັດ 7 ລະ ບອບ 18 ວຽກຂອງກອງທັບ ໃຫ້ເຂັ້ມງວດ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ອົງ ຄະນະພັກກະຊວງປ້ອງກັນປະ ເທດວາງອອກ, ຖືເອົາຂະບວນ ການແຂ່ງຂັນຮັກຊາດ ແລະ ພັດ ທະນາເປັນໜ້າທີ່ໃຈກາງ, ຍູ້ແຮງ ການສ້າງກອງ 3 ປອດ, ໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕັ້ງໜ້າເຝິກຝົນຕົນເອງໃຫ້ກາຍ ເປັນພະນັກງານທີ່ມີຄວາມຮູ້, ຄວາມສາມາດ ພ້ອມກັນພັດທະ ນາກົມກອງໃຫ້ກ້າວໜ້າຂຶ້ນຢ່າງ ບໍ່ຢຸດຢັ້ງ. ໂດຍ: ນ້ອຍ ບານທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ