ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຢຍລະມັນ-ຈີນ ເພີ່ມທະວີສາຍພົວພັນຮ່ວມມື ໃນຫຼາຍຂົງເຂດ
ເວລາອອກຂ່າວ: 2021-04-13 17:42:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 23 | ຄວາມນິຍົມ:



ສຳນັກຂ່າວຊິນຮວາໃຫ້ຮູ້ໃນ ວັນທີ 8 ເມສານີ້ວ່າ: ທ່ານ ສີຈິ້ນ ຜິງ ປະທານປະເທດຈີນ ໄດ້ໂອ້ ລົມທາງໂທລະສັບກັບ ທ່ານ ນາງ ແອງເກີລາ ເມີເກວ ນາຍົກລັດຖະ ມົນຕີເຢຍລະມັນ ກ່ຽວກັບການ ຫາເວລາໃນການພົບປະລະ ຫວ່າງສອງຝ່າຍ. ທ່ານ ປະທານ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ: ຈີນໄດ້ປະສານ ຫຼາຍຄັ້ງໃນປີກາຍນີ້ ໂດຍຈີນ ແລະ ເຢຍລະມັນມີບົດບາດສຳ ຄັນໃນການພັດທະນາການພົວ ພັນຈີນ - ອີຢູ. ການເພີ່ມທະວີການ ຮ່ວມມືຈີນ-ເຢຍລະມັນ ແລະ ຈີນ -ເອີຣົບອາດສາມາດເຮັດສຳ ເລັດຫຼາຍໜ້າທີ່ທີ່ສຳຄັນ ແລະ ມີ ຄວາມໝາຍອັນຍິ່ງໃຫຍ່. ທ່ານ ຫວັງວ່າ ເຢຍລະມັນ ແລະ ເອີຣົບຈະຮ່ວມມືກັບຈີນ ເພື່ອ ຮັກສາ ແລະ ສົ່ງເສີມການພັດທະ ນາທີ່ດີ, ຮັກສາຄວາມໝັ້ນຄົງ ຂອງການຮ່ວມມືລະຫວ່າງຈີນ- ເຢຍລະມັນ ກໍຄື ຈີນ-ອີຢູ, ເພີ່ມ ຄວາມແນ່ນອນ ແລະ ສະຖຽນ ລະພາບໃຫ້ແກ່ພາກພື້ນກໍຄືໂລກ. ການໂອ້ລົມ ປະທານ ສີຈິ້ນເຜິງ ຍັງຊີ້ໃຫ້ເຫັນເຖິງການຮ່ວມມືລະຫວ່າງຈີນ- ເຢຍລະມັນໃນການສະກັດກັ້ນພະຍາດລະບາດ, ໂດຍ ການຮວ່ມມືດັ່ງກ່າວໄດ້ເອົາຊະ ນະຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ປັດໄຈອື່ນໆເຫັນວ່າມີຄວາມຄືບໜ້າຢ່າງບໍ່ຢຸດຢັ້ງ. ຜ່ານມາຈີນໄດ້ ກາຍເປັນຄູ່ຄ້າໃຫຍ່ທີ່ສຸດຂອງ ເຢຍລະມັນ ໃນໂລກເປັນເວລາ 5 ປີ ຕິດຕໍ່ກັນ, ເຊິ່ງສະທ້ອນ ເຖິງຄວາມໝັ້ນຄົງໃນການຮ່ວມ ມືລະຫວ່າງຕ່າງປະເທດ. ຈີນ ຫວັງວ່າທັງສອງຝ່າຍຈະຊຸກ ຍູ້ການ ຮ່ວມມືລະຫວ່າງຈີນ-ເຢຍລະມັນ ໃນຂົງເຂດຕ່າງໆບົນ ຈິດໃຈເຄົາ ລົບເຊິ່ງກັນ ແລະ ກັນ ທ່ານ ນາງ ເມີເກວ ກ່າວວ່າ: ອີຢູຢືນຢັນຄວາມເປັນເອກະລາດໃນການພົວພັນຕ່າງປະເທດ. ເຖິງ ວ່າໂລກປະຈຸບັນກຳລັງປະສົບກັບຫຼາຍບັນຫາທີ່ເປັນສິ່ງທ້າທາຍ, ການຮ່ວມມືລະຫວ່າງເຢຍລະມັນ -ຈີນ ກໍຄື ອີຢູ-ຈີນ ແມ່ນມີຄວາມ ຈຳເປັນຫຼາຍກວ່າເກົ່າ. ການເພີ່ມ ທະວີການສົນທະນາ ແລະ ການ ຮ່ວມມືລະຫວ່າງເອີຣົບ ແລະ ຈີນ ບໍ່ພຽງແຕ່ແມ່ນຜົນປະໂຫຍດ ຂອງທັງສອງຝ່າຍເທົ່ານັ້ນ, ແຕ່ ຍັງມີຜົນປະໂຫຍດໃຫ້ແກ່ຫຼາຍປະ ເທດໃນໂລກ, ເຢຍລະມັນ ດ້ວຍ ຄວາມເຕັມໃຈທີ່ຈະມີບົດບາດໃນທາງທີ່ດີໃນເລື່ອງນີ້. ຝ່າຍເຢຍລະມັນໃຫ້ຄວາມສຳ ຄັນສູງຕໍ່ ”ແຜນການ 5 ປີ ຄັ້ງທີ 14” ຂອງຈີນ ແລະຄາດວ່າຈະນຳ ເອົາໂອກາດໃໝ່ທີ່ສຳຄັນສຳລັບ ການຮ່ວມມືເຢຍ ລະມັນ-ຈີນ ແລະ ອີຢູ-ຈີນ. ຝ່າຍເຢຍລະມັນຍິນ ດີຮ່ວມກັບຈີນເພື່ອກະກຽມໃຫ້ ການປຶກສາຫາລືຂອງລັດຖະ ບານເຢຍລະມັນ - ຈີນຮອບໃໝ່, ສືບ ຕໍ່ແລກປ່ຽນບຸກຄະລາກອນ ໂດຍໄວເທົ່າທີ່ຈະໄວໄດ້, ເພີ່ມ ທະວີການແລກປ່ຽນ ແລະ ໃຫ້ ການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການຕ້ານພະຍາດລະບາດ, ການປ່ຽນແປງດິນຟ້າອາກາດ ແລະ ຊີວະນາໆພັນ, ຈະຮັກສາ ການສື່ສານກັບຈີນກ່ຽວກັບປະ ເດັນຕ່າງໆ, ຍິນດີປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມຊີວະນາໆພັນຄຸນໝິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ