ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວປກ ປະກາດເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2021-04-13 17:34:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 824 | ຄວາມນິຍົມ:



ໃນວັນທີ 6 ເມສາ 2021 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ )ໄດ້ຈັດຕັ້ງພິທີປະກາດການ ເລື່ອນຊັ້ນໃຫ້ນາຍທະຫານທົ່ວ ວປກ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ປອ ສົມ ພອນ ສີສຸວັນນະ ຮອງຫົວໜ້າ ການເມືອງ, ຫົວໜ້າກົມການ ເມືອງ ວປກ, ມີຄະນະພັກ-ຄະ ນະບັນຊາ 19 ຫົວໜ່ວຍ, ພະ ແນກການທ່ີກ່ຽວຂ້ອງຕະຫຼອດ ຮອດ ນາຍທະຫານຜູ້ທີ່ໄດ້ຮັບ ການເລື່ອນຊັ້ນເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ມະນີ ພອນ ພົມມະຈັນ ຫົວໜ້າພະແນກ ພະນັກງານ ວປກ ໄດ້ຜ່ານຂໍ້ຕົກ ລົງຂອງກົມໃຫຍ່ການເມືອງ ກອງທັບ ວ່າດ້ວຍ ການເລື່ອນ ຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະ ຫານຢູ່ວິ ທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ. ອີງຕາມກົດ ໝາຍນາຍທະຫານກອງທັບປະ ຊາຊົນລາວ (ສະບັບປັບປຸງ) ໃນພາທີ II ໝວດທີ 3, ມາດຕາທີ 22 ແລະ ມາດຕາທີ 23 ວ່າດ້ວຍ ການເລື່ອນຊັ້ນນາຍທະຫານ, ອີງຕາມການຄົ້ນຄວ້ານຳສະເໜີ ຂອງກົມໃຫຍ່ການເມືອງກອງ ທັບ ຕົກລົງເລື່ອນຊັ້ນໃຫ້ນາຍທະ ຫານຢູ່ ວປກ ຈຳນວນ 39 ສະ ຫາຍ ໃນນັ້ນເລື່ອນທຽບຊັ້ນ ຮ້ອຍເອກ ຂຶ້ນພັນຕີ 16 ສະ ຫາຍ, ເລື່ອນທຽບຊັ້ນຮ້ອຍໂທ ຂຶ້ນຮ້ອຍເອກ 9 ສະຫາຍ, ຮ້ອຍ ຕີ ຂຶ້ນ ຮ້ອຍໂທ 7 ສະຫາຍ, ຊັ້ນວາທີ ຂຶ້ນ ຮ້ອຍຕີ 7 ສະ ຫາຍ. ໂອກາດດັ່ງກ່າວຍັງໄດ້ປະ ກາດລາຍຊື່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ດັ່ງນີ້: ສະຫາຍ ພັນໂທ ສີພັນ ດວງມາລາ ເປັນຮອງຫົວໜ້າ ຫ້ອງໂຄງການຫຼັກສູດ, ພັນໂທ ປອ ວັນໄຊ ທຸມພາລາ ເປັນຮອງ ຄະນະເສດຖະສາດການເມືອງ, ພັນຕີ ສົມບັດ ສີລິທຳ ເປັນຫົວ ໜ້າພະແນກແຜນການກົມພະ ລາ-ເຕັກນິກ ວປກ. ໂອກາດນີ້, ສະຫາຍ ພັນເອກ ປອ ສົມພອນ ສີສຸວັນນະ ໄດ້ ກ່າວ ຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບ ການເລື່ອນຊັ້ນໃນຄັ້ງນີ້ ແລະ ເນັ້ນ ໜັກໃຫ້ແຕ່ລະສະຫາຍກຳແໜ້ນ ພາລະບົດບາດໜ້າທີ່ຂອງຕົນ ເອງ, ຍົກສູງຄວາມຮັບຜິດຊອບ ເຮັດສຳເລັດໜ້າທີ່ທີ່ຂັ້ນເທິງ ມອບໝາຍໃຫ້, ມີສະຕິຕໍ່ການ ຈັດຕັ້ງປະຕິບັດຄຳສັ່ງຂອງຂັ້ນ ເທິງຢ່າງເຂັ້ມງວດ, ເປັນແບບ ຢ່າງນຳໜ້າທຸກວຽກງານ, ມີ ຄວາມສາມັກຄີຕໍ່ໝູ່ຄະນະກົມ ກອງໝູ່ເພື່ອນໃຫ້ແໜ້ນແຟ້ນ, ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີ ຄຸນທາດການເມືອງໜັກແໜ້ນ, ຮັກສາໄດ້ລະບຽບວິໄນທີ່ຂັ້ນເທິງ ວາງອອກຢ່າງເຂັ້ມງວດ, ສືບຕໍ່ ຍົກລະດັບຄວາມຮູ້ ຄວາມສາ ມາດຂອງຕົນໃຫ້ສູງຂຶ້ນເລື້ອຍໆ, ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ເປັນພະນັກງານ-ນັກຮົບຜູ້ທີ່ມີຄວາມ ຮູ້, ຄວາມສາມາດ ເພື່ອຕອບສະ ໜອງໃຫ້ແກ່ໜ້າທີ່ການເມືອງໃນໄລຍະໃໝ່. ໂດຍ: ພິດສະໄໝ ແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ