ທູດປ້ອງກັນຊາດ ສສ ຫວຽດນາມ ອວຍພອນຄະນະກອງບັນຊາການທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2021-04-13 17:33:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1223 | ຄວາມນິຍົມ:
ວັນທີ 1 ເມສາ ນີ້, ສະຫາຍ ພັນໂທ ຟາມ ແອັງ ຢຸງ ຮອງຫົວ ໜ້າຫ້ອງການທີ່ປຶກສາທູດປ້ອງ ກັນຊາດ ສສ ຫວຽດນາມ ປະຈໍາ
ລາວ ພ້ອມດ້ວຍຄະນະ ໄດ້ນຳ ເອົາກະຕ່າຂອງຂວັນເຂົ້າອວຍ
ພອນຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ໃນໂອກາດ ບຸນປີໃໝ່ລາວ, ເຊິ່ງ ສະຫາຍໄດ້ ກ່າວຄຳອວຍພອນອັນປະເສີດ ຄະນະພັກ-ຄະນະບັນຊາກອງ
ບັນຊາການທະຫານນະຄອນ
ຫຼວງວຽງຈັນ ຈົ່ງມີສຸຂະພາບ
ແຂງແຮງ, ເຮັດສຳເລັດໜ້າທີ່ອັນ ມີກຽດທີ່ພັກ-ລັດ, ປະເທດຊາດ ມອບໝາຍໃຫ້.
ໂອກາດດັ່ງກ່າວ, ສະຫາຍ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານກອງບັນ ຊາການທະຫານນະຄອນຫຼວງ ວຽງຈັນ ໄດ້ສະແດງຄວາມ ຂອບໃຈຕໍ່ສະຫາຍ ພັນໂທ ຟາມ ແອັງຢຸງ ພ້ອມຄະນະທີ່ເຫັນໄດ້ ຄວາມໝາຍ ຄວາມສຳຄັນຕໍ່ວັນ ດັ່ງກ່າວ ແລະ ນຳເອົາຄຳຢ້ຽມ ຢາມຖາມຂ່າວອັນອົບອຸ່ນມາສູ່ພະນັກງານ-ນັກຮົບພາຍໃນ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ເປັນການ ເສີມສ້າງຮັດແໜ້ນຄວາມສາ ມັກຄີມິດຕະພາບລະຫວ່າງກອງ ບັນຊາການທະຫານນະຄອນ ຫຼວງວຽງຈັນກັບຫ້ອງການ ທີ່ປຶກສາທູດ ປ້ອງກັນຊາດ ສສ ຫວຽດນາມ ປະຈຳລາວ ໃຫ້ນັບ ມື້ແໜ້ນແຟ້ນຍິ່ງໆຂຶ້ນ.
ໂດຍ: ແສງດາລາ ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ