ກອງພັນໃຫຍ່ 279 ສຳເລັດການຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2021-04-13 17:29:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 905 | ຄວາມນິຍົມ:
ທ້າຍເດືອນມີນາ 2021,
ກອງພັນໃຫຍ່ 279, ໄດ້ສຳເລັດ
ການອົບຮົມ-ຫັດແອບປະຕິບັດ ຕົວຈິງການຍິງເປົ້າໝາຍດ້ວຍ ລູກປືນແທ້ປະຈຳປີ 2021, ໂດຍ
ການເຂົ້າຮ່ວມຂອງ ສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີ
ຮອງເລຂາຄະນະພັກ ຫົວໜ້າ
ການທະຫານ ກອງພັນໃຫຍ່ 279, ມີຄະນະພັກ-ຄະນະບັນ
ຊາ ພະແນກການ, ກອງພັນ, ກອງ
ຮ້ອຍເອກະລາດ ຕະຫຼອດຮອດ
ພະນັກງານ-ນັກຮົບເຂົ້າຮ່ວມ.
ອີງຕາມແຜນການອົບຮົມ-ຫັດແອບການທະຫານ, ການ
ເມືອງ ແລະ ພະລາທິການເຕັກ ນິກ ປະຈຳປີ 2021, ຂອງກົມ
ໃຫຍ່ເສນາທິການກອງທັບ, ອີງຕາມແຜນອົບຮົມ-ຫັດແອບ ການທະຫານ, ການເມືອງ ແລະ ພະລາທິການ-ເຕັກນິກ ປະຈຳປີ 2021 ຂອງກອງພັນໃຫຍ່ 279, ດັ່ງນັ້ນກອງພັນໃຫຍ່ 279, ຈຶ່ງ ໄດ້ສ້າງແຜນການຫັດແອບຍິງ ເປົ້າໝາຍດ້ວຍລູກປືນແທ້ ຢູ່
ພາກສະໜາມຕົວຈິງເພື່ອຍົກ
ສູງຄວາມຮູ້ຄວາມສາມາດ
ທາງດ້ານສິລະປະຍຸດ, ຍຸດທະ ວິທີໃຫ້ພະນັກງານ-ນັກຮົບ ໃນ ທົ່ວກົມກອງ ຮູ້ຈັກໝູນໃຊ້ບັນດາ ທ່າຈັງຫວະສູ້ຮົບ ແລະ ນຳໃຊ້ ອາວຸດທະຫານຮາບຕາມທີ່ປະ ກອບໃຫ້ຊຳນິຊຳນານ, ຄ່ອງ ແຄ້ວ, ພ້ອມທັງເປັນການເຝິກຊ້ອມຈິດໃຈໃນການແຕກສຽງປືນຕົວຈິງຢູ່ພາກສະໜາມໃຫ້ ພະນັກງານ-ນັກຮົບມີຈິດໃຈທຸ່ນ ທ່ຽງໃນການດັບສູນເປົ້າໝາຍ, ກໍຄືການປະຕິບັດໝ້າທີ່ເຂົ້າໃນ ການເຄື່ອນໄຫວສູ້ຮົບ ແລະ ສູ້ຮົບຕົວຈິງໃນທຸກຮູບແບບ, ເຮັດໃຫ້ຂອບເຂດກົມກອງຮັບ ຜິດຊອບມີຄວາມສະຫງົບປອດ ໄພໂດຍພື້ນຖານ.
ໂດຍ: ສາຄອນ ສຸລິເຍດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ