ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 279 ສຳເລັດການຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2021-04-13 17:29:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 874 | ຄວາມນິຍົມ:



ທ້າຍເດືອນມີນາ 2021, ກອງພັນໃຫຍ່ 279, ໄດ້ສຳເລັດ ການອົບຮົມ-ຫັດແອບປະຕິບັດ ຕົວຈິງການຍິງເປົ້າໝາຍດ້ວຍ ລູກປືນແທ້ປະຈຳປີ 2021, ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີ ຮອງເລຂາຄະນະພັກ ຫົວໜ້າ ການທະຫານ ກອງພັນໃຫຍ່ 279, ມີຄະນະພັກ-ຄະນະບັນ ຊາ ພະແນກການ, ກອງພັນ, ກອງ ຮ້ອຍເອກະລາດ ຕະຫຼອດຮອດ ພະນັກງານ-ນັກຮົບເຂົ້າຮ່ວມ. ອີງຕາມແຜນການອົບຮົມ-ຫັດແອບການທະຫານ, ການ ເມືອງ ແລະ ພະລາທິການເຕັກ ນິກ ປະຈຳປີ 2021, ຂອງກົມ ໃຫຍ່ເສນາທິການກອງທັບ, ອີງຕາມແຜນອົບຮົມ-ຫັດແອບ ການທະຫານ, ການເມືອງ ແລະ ພະລາທິການ-ເຕັກນິກ ປະຈຳປີ 2021 ຂອງກອງພັນໃຫຍ່ 279, ດັ່ງນັ້ນກອງພັນໃຫຍ່ 279, ຈຶ່ງ ໄດ້ສ້າງແຜນການຫັດແອບຍິງ ເປົ້າໝາຍດ້ວຍລູກປືນແທ້ ຢູ່ ພາກສະໜາມຕົວຈິງເພື່ອຍົກ ສູງຄວາມຮູ້ຄວາມສາມາດ ທາງດ້ານສິລະປະຍຸດ, ຍຸດທະ ວິທີໃຫ້ພະນັກງານ-ນັກຮົບ ໃນ ທົ່ວກົມກອງ ຮູ້ຈັກໝູນໃຊ້ບັນດາ ທ່າຈັງຫວະສູ້ຮົບ ແລະ ນຳໃຊ້ ອາວຸດທະຫານຮາບຕາມທີ່ປະ ກອບໃຫ້ຊຳນິຊຳນານ, ຄ່ອງ ແຄ້ວ, ພ້ອມທັງເປັນການເຝິກຊ້ອມຈິດໃຈໃນການແຕກສຽງປືນຕົວຈິງຢູ່ພາກສະໜາມໃຫ້ ພະນັກງານ-ນັກຮົບມີຈິດໃຈທຸ່ນ ທ່ຽງໃນການດັບສູນເປົ້າໝາຍ, ກໍຄືການປະຕິບັດໝ້າທີ່ເຂົ້າໃນ ການເຄື່ອນໄຫວສູ້ຮົບ ແລະ ສູ້ຮົບຕົວຈິງໃນທຸກຮູບແບບ, ເຮັດໃຫ້ຂອບເຂດກົມກອງຮັບ ຜິດຊອບມີຄວາມສະຫງົບປອດ ໄພໂດຍພື້ນຖານ. ໂດຍ: ສາຄອນ ສຸລິເຍດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ