ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫຼຸບຜົນສຳເລັດບັ້ນປ້ອງກັນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II
ເວລາອອກຂ່າວ: 2021-04-13 17:22:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 134 | ຄວາມນິຍົມ:



ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບຜົນສຳ ເລັດ ໃນບັ້ນປ້ອງກັນກອງປະຊຸມ ໃຫຍ່ຄັ້ງທີ XI ຂອງພັກ ແລະ ບັ້ນ ເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ຊຸດທີ IX ແລະ ສະພາປະຊາ ຊົນແຂວງຊຸດທີ II ຂຶ້ນໃນວັນ ທີ 9 ເມສາ 2021 ນີ້, ຢູ່ທີ່ກະຊວງ ປ້ອງກັນປະເທດ, ໂດຍການເປັນ ປະທານຂອງ ສະຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການ ສູນກາງພັກ, ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ຫົວໜ້າກົມ ໃຫຍ່ການເມືອງກອງທັບ, ມີຜູ້ ຕາງໜ້າກະຊວງປ້ອງກັນຄວາມ ສະຫງົບ, ກົມໃຫຍ່ເສນາທິການ ກອງທັບ, ບັນດາກົມ, ກອງພົນ, ກອງພັນໃຫຍ່, ກອງບັນຊາການ ທະຫານແຂວງ ທົ່ວປະເທດເຂົ້າ ຮ່ວມ. ໃນກອງປະຊຸມ ສະຫາຍ ພົນ ຈັດຕະວາ ສອນທອງ ແກ້ວ ລໍຄຳ ກຳມະການຄະນະພັກກະ ຊວງປ້ອງກັນປະເທດ, ຫົວໜ້າກົມ ສູ້ຮົບ, ກົມໃຫຍ່ເສນາທິການກອງ ທັບ ໄດ້ຕາງໜ້າຄະນະຊີ້ນຳປ້ອງ ກັນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ບັ້ນເລືອກຕັ້ງສະ ມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ໄດ້ຂຶ້ນຜ່ານບົດສະຫຼຸບ ຜົນສຳເລັດ ໃນການປ້ອງກັນ ກອງປະຊຸມ ແລະ ການເລືອກຕັ້ງ ດັ່ງກ່າວວ່າ: ໂດຍປະຕິບັດຕາມ ແຜນການປ້ອງກັນຂອງຄະນະ ກຳມະການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບສູນກາງ ວ່າດ້ວຍການປ້ອງກັນກອງປະ ຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ບັ້ນເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ II . ດັ່ງນັ້ນ, ກົມໃຫຍ່ເສນາທິ ການກອງທັບ ຈຶ່ງໄດ້ຈັດຕັ້ງສ້າງ ແຜນການຢ່າງລະອຽດ ແລະ ຮັດກຸ່ມ ເພື່ອກຽມປ້ອງກັນ ແຕ່ຫົວທີ, ເພາະກອງປະຊຸມດັ່ງ ກ່າວເປັນກອງປະຊຸມຂັ້ນສູງສຸດ ຂອງພັກ, ເປັນກອງປະຊຸມທີ່ມີ ຄວາມໝາຍສຳຄັນອັນດັບໜຶ່ງ ຂອງຊາດ, ເຊິ່ງມີຜູ້ແທນກອງ ປະຊຸມທີ່ມາຈາກສູນກາງ ແລະ ທ້ອງຖິ່ນ ລວມທັງກຳລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ເຂົ້າຮ່ວມຈຳນວນ1.500 ຄົນ. ໃນນີ້, ຜູ້ແທນສົມບູນຈຳນວນ 768 ຄົນ ທີ່ເປັນຕົວແທນໃຫ້ແກ່ ສະມາຊິກພັກທັງໝົດ ໃນຂອບ ເຂດທົ່ວປະເທດ ຈຳນວນ 3 ແສນ ກວ່າຄົນ, ເຊິ່ງໄດ້ຈັດຕັ້ງຂຶ້ນໃນ ກາງເດືອນມັງກອນ 2021 ທີ່ ຜ່ານມາ. ສຳລັບການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ແມ່ນເຫດການ ການເມືອງທີ່ສຳ ຄັນຂອງປະເທດພວກເຮົາ, ເຊິ່ງ ໄດ້ເປີດໂອກາດໃຫ້ພົນລະເມືອງ ລາວທຸກຄົນຢູ່ພາຍໃນ ແລະ ຕ່າງ ປະເທດ ໄດ້ໄປໃຊ້ສິດປະຊາທິປະ ໄຕຂອງຕົນ ເພື່ອເລືອກເອົາສະມາ ຊິກສະພາຂັ້ນຕ່າງໆທີ່ເປັນຕົວ ແທນໃຫ້ແກ່ປະຊາຊົນລາວທັງ ໝົດ ເຊິ່ງໄດ້ຈັດຂຶ້ນໃນທ້າຍເດືອນ ກຸມພາ 2021 ທີ່ຜ່ານມາ. ຕໍ່ກັບເຫດການສຳຄັນ ທັງສອງ ຄັ້ງນີ້ ພວກເຮົາໄດ້ວາງແຜນການ ພ້ອມທັງຈັດຕັ້ງລະດົມກຳລັງ ປ້ອງກັນຊາດຕາມຈຸດສຳຄັນ ຕ່າງໆ ເຊິ່ງສາມາດຮັບປະກັນ ຄວາມສະຫງົບ ປອດໄພ 100% ໃນຂອບເຂດທົ່ວປະເທດ. ພ້ອມດຽວກັນນັ້ນ, ກໍໄດ້ປະ ສານສົມທົບກັບທຸກພາກສ່ວນ ທີ່ກ່ຽວຂ້ອງ ເປັນຕົ້ນແມ່ນກະ ຊວງປ້ອງກັນຄວາມສະຫງົບ, ກົມກອງທ້ອງຖິ່ນ, ເພື່ອເກັບກຳ ສະພາບການເຄື່ອນໄຫວຂອງສັດ ຕູ ແລະ ກຸ່ມຄົນບໍ່ຫວັງດີ, ພ້ອມ ທັງສ່ອງແສງລາຍງານສະພາບ ປະຈໍາວັນ ໃຫ້ແກ່ຄະນະນໍາກະ ຊວງປ້ອງກັນປະເທດ, ຄະນະ ນໍາກົມ ໃຫຍ່ເສນາທິການກອງທັບ ຢ່າງເປັນປົກກະຕິ. ຈາກນັ້ນ, ບັນ ດາຜູ້ເຂົ້າຮ່ວມກໍໄດ້ປະກອບຄໍາ ຄິດເຫັນຕໍ່ດ້ານຕ່າງໆທີ່ເຫັນວ່າ ຄົງຄ້າງ ຄວນປັບປຸງແກ້ໄຂໃນຕໍ່ ໜ້າ. ໂອກາດດັ່ງກ່າວ, ສະຫາຍ ພົນ ໂທ ທອງລອຍ ສິລິວົງ ໄດ້ມີຄໍາ ເຫັນໂອ້ລົມ, ເຊິ່ງກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທຸກພາກສ່ວນ ທີ່ໄດ້ຮ່ວມແຮງ ຮ່ວມໃຈ, ສຸມທຸກເງື່ອນໄຂ, ທ່າແຮງທີ່ມີ ເຂົ້າໃນການປ້ອງກັນ ຮັກສາຄວາມສະຫງົບປອດໄພໃຫ້ ແກ່ ສອງເຫດການ ການເມືອງທີ່ ສໍາຄັນດັ່ງກ່າວ, ສາມາດຮັບປະ ກັນໄດ້ຄວາມສະຫງົບປອດໄພ 100% ແລະ ຮຽກຮ້ອງໃຫ້ ຄະ ນະນໍາແຕ່ລະພາກສ່ວນ ສືບຕໍ່ຊີ້ ນໍາ-ນໍາພາ ແລະ ປັບປຸງກໍ່ສ້າງກຳ ລັງ ໃຫ້ໜັກແໜ້ນເຂັ້ມແຂງ ກາຍ ເປັນກຳລັງຫຼັກແຫຼ່ງຂອງພັກ ໃນ ການຮັບປະກັນໃຫ້ປະເທດຊາດ ມີ ຄວາມສະຫງົບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ