ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະສະມາຄົມ ທີ່ປຶກສາທູດປ້ອງກັນຊາດຕ່່າງປະເທດ ປະຈຳລາວ ຢ້ຽມຢາມກອງບັນຊາການທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2021-04-13 17:15:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 61 | ຄວາມນິຍົມ:



ວັນທີ 7 ເມສາ 2021 ນີ້, ຄະນະສະມາຄົມທີ່ປຶກສາທູດປ້ອງ ກັນຊາດຕ່າງປະເທດ ປະຈຳ ສປປ ລາວ ນຳໂດຍ ທ່ານ ພົນຈັດຕະ ວາ ຈໍໂຊມິນ ທີ່ປຶກສາທູດປ້ອງກັນ ຊາດ ສ ມຽນມາ ປະຈຳ ສປປ ລາວ ພ້ອມຄະນະ, ໄດ້ເຂົ້າພົບປະ ຢ້ຽມຢາມກອງບັນຊາການທະ ຫານແຂວງຫຼວງພະບາງ ແລະ ທ່ຽວຊົມແຫຼ່ງທ່ອງທ່ຽວພາຍ ໃນນະຄອນຫຼວງພະບາງ, ມີທ່ານ ພົນຈັດຕະວາ ແກ່ນຈັນ ນັນ ທະລັງສີ ຫົວໜ້າກົມພົວພັນຕ່າງ ປະເທດກະຊວງປ້ອງກັນປະເທດ ລາວເຂົ້າຮ່ວມ, ໂດຍໄດ້ຮັບ ການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ພັນເອກ ແປ້ນຄຳ ບຸດຈັນ ແພງ ຫົວໜ້າການເມືອງກອງ ບັນຊາການທະຫານແຂວງຫຼວງ ພະບາງ ພ້ອມຄະນະ. ໂອກາດດັ່ງກ່າວ, ທ່ານ ພັນ ເອກ ແປ້ນຄຳ ບຸດຈັນແພງ ໄດ້ລາຍງານໂດຍຫຍໍ້ສະພາບ ພົ້ນເດັ່ນພາຍໃນແຂວງໂດຍລວມ ແລ້ວແມ່ນມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານ ການເມືອງ, ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍດີ, ປະຊາຊົນ ບັນດາເຜົ່າໄດ້ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແລະ ທຳມາຫາກິນດ້ວຍການ ປູກຝັງ-ລ້ຽງສັດເປັນສິນຄ້າ, ຕິດ ພັນກັບການບໍລິການ ເພື່ອແກ້ໄຂ ຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ ເປັນກ້າວໆ, ຫຼວງພະບາງເປັນ ແຂວງພູດອຍເຂດທໍາການຜະລິດ ມີໜ້ອຍ, ປະຊາຊົນສ່ວນຫຼາຍ ແມ່ນຍຶດຖືເອົາການປູກຝັງ-ລ້ຽງ ສັດເປັນອາຊີບຕົ້ນຕໍ ແລະ ອີງ ໃສ່ທ່າແຮງການບໍໍລິການທ່ອງ ທ່ຽວທໍາມະຊາດ, ດ້ານວັດທະນະ ທໍາເກົ່າແກ່ຍ້ອນວ່າຫຼວງພະບາງ ເປັນເມືອງມໍລະດົກໂລກ ແລະ ໄດ້ ຮັບຮອງເປັນເມືອງຍອດນິຍົມ ແຫ່ງການທ່ອງທ່ຽວຂອງໂລກ 9 ຄັ້ງ, ພິເສດເມືອງຫຼວງພະ ບາງ ໄດ້ຖືກຮັບຮອງເປັນນະຄອນ ຫຼວງພະບາງໃນປີ 2018 ຕື່ມອີກ, ຍ້ອນພື້ນຖານວັດທະນະທໍາ ແລະ ວັດຖຸບູຮານທີ່ເກົ່າແກ່ລືຊາ, ມີ ແຫຼ່ງທ່ອງທ່ຽວທໍາມະຊາດທີ່ ສວຍສົດງົດງາມສາມາດດຶງດູດ ແຂກທັງພາຍໃນ ແລະ ຕ່າງປະ ເທດເຂົ້າມາທ່ຽວຊົມເປັນຈຳ ນວນຫຼາຍໃນແຕ່ລະປີ, ເຮັດໃຫ້ສະ ພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນຊຸມປີ ຜ່ານມາ ເຖິງຈະມີຄວາມຫຍຸ້ງ ຍາກເນື່ອງຈາກຜົນກະທົບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ແຕ່ການນຳແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າ ກໍໄດ້ ສູ້ຊົນ ແລະ ສາມາດຍາດໄດ້ຜົນ ສຳເລັດຫຼາຍໆດ້ານ. ຈາກນັ້ນກໍ ໄດ້ລາຍງານສະພາບຈຸດພິເສດ, ທີ່ຕັ້ງພາລະບົດບາດ ແລະ ໜ້າທີ່ ຂອງກອງບັນຊາການທະຫານ ແຂວງຫຼວງພະບາງ ໃຫ້ຄະນະ ຜູ້ແທນດັ່ງກ່າວໄດ້ຮັບຊາບ, ພ້ອມ ທັງອວຍພອນໃຫ້ຄະນະສະມາ ຄົມທີ່ປຶກສາທູດປ້ອງກັນຊາດ ຕ່າງປະເທດປະຈຳ ສປປ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບ ຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ຮັກສາ ແລະ ເສີມຂະຫຍາຍ ໄມຕີຈິດມິດຕະພາບ ແລະ ການພົວພັນຮ່ວມມືໃຫ້ນັບມື້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໂອກາດດັ່ງກ່າວ, ທ່ານ ພົນ ຈັດຕະວາ ຈໍໂຊມິນ ໄດ້ຕາງ ໜ້າຄະນະກ່າວຢ້ຽມຢາມຖາມ ຂ່າວເຖິງການດຳລົງຊີວິດຂອງ ປະຊາຊົນບັນດາເຜົ່າຊາວ ນະຄອນຫຼວງພະບາງ ພ້ອມທັງ ກ່າວຂອບໃຈຕໍ່ຄະນະພັກ-ຄະນະ ບັນຊາກອງບັນຊາການທະຫານ ແຂວງຫຼວງພະບາງ ທີ່ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ສັນຍາວ່າຈະເອົາໃຈໃສ່ເສີມສ້າງ ສາຍພົວພັນຮ່ວມມືໃຫ້ເຂັ້ມແຂງ ແລະ ໝັ້ນຄົງທະນົງແກ່ນຕະຫຼອດ ໄປ, ຈາກນັ້ນ, ທັງສອງຝ່າຍກໍໄດ້ ມອບຂອງຂວັນທີ່ລະນຶກເຊິ່ງກັນ ແລະ ກັນ ແລະ ໄປທ່ຽວຊົມສະ ຖານທີ່ທ່ອງທ່ຽວຕ່າງໆເຊັ່ນ: ທ່ຽວຊົມເຮືອນຈັນ, ລ່ອງເຮືອຊົມ ທຳມະຊາດຕາມແມ່ນ້ຳຂອງ, ເຂົ້າໄຫວ້ພະຢູ່ຖໍ້າຕິ່ງ, ທ່ຽວຊົມ ຕາດກວາງຊີ ແລະ ສະຖານທີ່ ອື່ນໆຕື່ມອີກ. ໂດຍ: ນາງ ນາລີ ທະວີພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ