ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 17 ຊ່ວຍເຫຼຶືອປະຊາຊົນບ້ານດົງບັງ ທີ່ປະສົບໄພພິບັດລົມພະຍຸພັດເຮືອນ
ເວລາອອກຂ່າວ: 2021-04-13 17:00:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 219 | ຄວາມນິຍົມ:



ວັນທີ 6 ເມສາ 2021 ນີ້, ກອງພັນ 17 ທະຫານແຂວງສາລະ ວັນ ໄດ້ຈັດຕັ້ງກຳລັງພະນັກງານ- ນັກຮົບ ຈຳນວນ 30 ສະຫາຍ ເຂົ້າ ຊ່ວຍເຫຼືອປະຊາຊົນບ້ານດົງບັງ ເມືອງເລົ່າງາມ ແຂວງສາລະວັນ ທີ່ປະສົບໄພພິບັດລົມພະຍຸລະດູ ຮ້ອນພັດບ້ານເຮືອນ ໃນວັນທີ 4ເມສາຜ່ານມາ, ຈາກການລາຍ ງານເບື້ອງຕົ້ນຂອງນາຍບ້ານໆ ດົງບັງ ໃຫ້ຮູ້ວ່າ: ຜົນເສຍຫາຍ ຈາກລົມພະຍຸພັດ ໃນຄັ້ງນີ້, ມີ ບ້ານເຮືອນເປ່ເພທັງໝົດ 57 ຫຼັງ, ໃນນັ້ນເສຍຫາຍໜັກ 14 ຫຼັງ, ໂຮງຮຽນ 1 ຫຼັງ, ສະໂມສອນ ບ້ານ 1 ຫຼັງ, ຍານພາຫະນະ ປະ ເພດລົດຕ໋ອກໆ 2 ຄັນ, ລົດໄຖ ນາ 2 ຄັນ ແລະ ລົດຈັກ 4 ຄັນ, ມີຜູ້ບາດເຈັບ 8 ຄົນ, ບາດເຈັບສາ ຫັດ 4 ຄົນ, ປະເມີນມູນຄ່າຜົນ ເສຍຫາຍ ເບື້ອງຕົ້ນ 753 ລ້ານ ກວ່າກີບ. ສະຫາຍ ຮ້ອຍເອກ ສອນໄຊ ອະນົງສີສະອາດ ຫົວໜ້າການ ເມືອງກອງຮ້ອຍ 4 ກອງພັນ 17 ເຊິ່ງເປັນຜູ້ນຳພາພະນັກງານ-ນັກຮົບມາຊ່ວຍເຫຼືອປະຊາຊົນ ໃນຄັ້ງນີ້ໄດ້ກ່າວວ່າ: ໂດຍປະຕິ ບັດຕາມທິດຊີ້ນຳຂອງຄະນະພັກ-ຄະນະບັນຊາກອງພັນ 17, ພວກ ເຮົາກໍໄດ້ວ່ອງໄວຈັັດຕັ້ງກຳລັງ ລົງມາຊ່ວຍເຫຼືອພໍ່ແມ່ປະຊາຊົນຜູ້ ທີ່ປະສົບເຄາະຮ້າຍ, ສຳລັບໜ້າ ວຽກທີ່ຈະຕ້ອງໄດ້ປະຕິບັດແມ່ນ ການປຸກສ້າງ ເຮືອນໃຫ້ ປະຊາຊົນ, ຊ້ອມແປງເຮືອນຊານທີ່ເປ່ເພ ເສຍຫາຍ, ເພື່ອໃຫ້ພໍ່ແມ່ປະຊາ ຊົນໄດ້ມີທີ່ຢູ່ອາໄສຊົ່ວຄາວທັງ ເປັນການໃຫ້ກຳລັງໃຈພໍ່ແມ່ປະຊາຊົນໄດ້ມີກໍາລັງໃຈປັບປຸງຊີວິດ ການເປັນຢູ່ໃຫ້ກັບຄືນມາສູ່ສະ ພາບປົກກະຕິໂດຍໄວ. ອີກດ້ານ ໜຶ່ງກໍເປັນການເສີມຂະຫຍາຍມູນ ເຊື້ອອັນດີງາມລະຫວ່າງກອງ ທັບກັບປະຊາຊົນ ເຊິ່ງຍາມໃດ ກໍໄດ້ໄປມາຫາສູ່ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ບໍ່ສາມາດຕັດ ຂາດຈາກກັນໄດ້ ດັ່ງຄໍາເວົ້າທີ່ ວ່າ:“ກອງທັບກັບປະຊາຊົນ ຄື ປາກັບນໍ້າ”. ຂ່າວແຈ້ງໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນນີ້, ສະຫາຍ ພັນ ເອກ ພູວັນ ພິມມະຈັນ ຫົວໜ້າ ການ ເມືອງກອງບັນຊາການທະ ຫານແຂວງສາລະວັນ ຍັງໄດ້ລົງ ເຄື່ອນໄຫວຕິດຕາມພໍ່ແມ່ປະຊາ ຊົນຜູ້ທີ່ປະສົບໄພພິບັດໃນຄັ້ງນີ້ ແລະ ໃນນາມສ່ວນຕົວ ສະຫາຍ ໄດ້ນຳເອົາເຫຼັກຕະປູຈຳນວນ 2 ແກັດ ໄປມອບໃຫ້ຄອບຄົວ ທ້າວ ເລີດ ຄຸນລາສີ ເຊິ່ງເປັນຄອບຄົວ ທີ່ຖືກເຄາະຮ້າຍ ແລະ ເສຍຫາຍ ໜັກກວ່າຄອບຄົວອື່ນ. ໂດຍ: ຖາວອນ ສຸວັນນະພິມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ