ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະໂມສອນ ແມນຊີຕີ ຂາດທຶນ 126 ລ້ານປອນ ໃນລະດູການຜ່ານມາ ຍ້ອນໂຄວິດ-19
ເວລາອອກຂ່າວ: 2021-04-13 16:05:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 53 | ຄວາມນິຍົມ:



ແມນເຊັດເຕີ ຊິຕີ ທີມມະ ຫາເສດຖີໃນເວທີ ພຣີເມຍລີກ ອັງກິດ ໄດ້ລາຍງານຕົວເລກດ້ານ ການເງິນທີ່ສູນເສຍລາຍໄດ້ຈາກ ຜົນກະທົບຂອງພະຍາດ ໂຄ ວິດ-19 ໃນລະດູການຜ່ານມາ (2019-20) ໃຫ້ຮູ້ວ່າ: ສະໂມ ສອນຂາດທຶນເຖິງ 126 ລ້ານ ປອນ, ລາຍຮັບຫຼຸດລົງ 11% ຫຼື ປະມານ 478.4 ລ້ານປອນ, ເພາະລາຍຮັບທີ່ເຄີຍໄດ້ຈາກບັດ ເຂົ້າຊົມ ແລະ ອົງປະກອບຕ່າງໆ ທີ່ກ່ຽວຂ້ອງຂາດຫາຍໄປເປັນ ຈຳນວນຫຼາຍ, ສ່ວນເງິນປະ ມານ 54.8 ລ້ານປອນທີ່ໄດ້ ຈາກການຂາຍ ເລຣອຍ ຊາເນ ໃຫ້ ບາເຢິນ ມິວນິກ ຍັງບໍ່ໄດ້ໄລ່ ລວມຈາກການຂາດທຶນຄັ້ງນີ້. ປະທານສະໂມສອນ ຄາວດູນ ອາວ ມູບາຣັກ ກ່າວວ່າ: ມີ ຄວາມ ຫວັງວ່າລາຍໄດ້ຈະດີຂຶ້ນ ຫຼື ກັບມາປົກກະຕິໃນລະດູການ ນີ້, ພວກເຮົາຍັງມີພື້ນຖານການ ເງິນທີ່ດີ ແລະ ມີແຜນການບໍລິ ຫານດຳເນີນທຸລະກິດຢ່າງລະ ມັດລະວັງ ໃນໄລຍະປະເຊີນກັບ ຜົນກະທົບຈາກການລະບາດ ຂອງພະຍາດ ໂຄວິດ-19. ໃນລະດູການນີ້ ແມນຊິຕີ ມີ ສິດລຸ້ນທຸກແຊັມເຊັ່ນ: ພຣີເມຍລີກ ເປັນທີມນຳໃນປັຈຸບັນ, ເອັບເອຄັບ ເຂົ້າຮອບ 4 ທີມສຸດທ້າຍ, ລີກຄັບ ເຂົ້າຮອບຊິງຊະນະເລີດ ລວມທັງ ຢູຟາ ແຊັມປ້ຽນລີກ ຢູ່ໃນຮອບ 8 ທີມສຸດທ້າຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ