ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຈັດອັນດັບໂລກ ນັກເທັນນິດຊາຍ ປະຈຳໄຕມາດທຳອິດຂອງປີ 2021
ເວລາອອກຂ່າວ: 2021-04-13 16:03:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 54 | ຄວາມນິຍົມ:



ການຈັດອັນດັບໂລກ ນັກ ເທັນນິດຊາຍ ຫຼັງຈົບການແຂ່ງ ຂັນເທັນນິດ ຍິງ-ຊາຍ ມາດສະ ເຕີ 1.000 ລາຍການ ໄມອາມີ ໂອເພນປະຈຳປີ 2021 ທີ່ສະ ຫະລັດອາເມຣິກາ ໃນທ້າຍອາ ທິດຜ່ານມາມີການເໜັງຕີງຫຼາຍ ລະດັບ. ປະເພດຊາຍດ່ຽວ ຮູເບີດ ເຮີ ຄັກ ນັກເທັນນິດ ໄວ 24 ປີ ຊາວ ໂປໂລຍ ທີ່ສ້າງປະຫວັດສາດ ເປັນນັກເທັນນິດຊາວໂປໂລຍຄົນ ທຳອິດໄດ້ແຊັມ ໄມອາມີ ໂອເພັນ ປີນີ້, ຫຍັບອັນດັບໂລກຂຶ້ນມາ ຈາກ ອັນດັບ 37 ມາຢູ່ທີ 16 ຂອງໂລກ ມີ 2,600 ຄະແນນ, ເປັນອັນດັບດີສຸດຂອງ ເຮີຄັກ, ຂະນະທີ່ ຢານນິກ ຊິນເນີ ດາວ ເດັ່ນໄວ 19 ປີ ຊາວອີຕາລີ ຮອງ ແຊັມຫຍັບຂຶ້ນມາຢູ່ທີ 23 ຂອງ ໂລກມີ 2.369 ຄະແນນ. ສ່ວນອັນດັບ 1-5 ຂອງໂລກ ຍັງຄົງທີ່: ໂນວັກ ໂຢໂຄວິກ, ດານິວ ແມດເວເດບ, ຣາຟາເອວ ນາດາວ, ໂດມີນິກ ທິມ ແລະ ສະເຕຟານອດ , ສ່ວນ ອັນດັບ 6 ຂອງໂລກ ອາເລັກຊານເດີ, ທີ 7 ໂຣເຈີ ເຟດເດີເຣີ ແລະ ທີ 8 ອັງ ເດຣ ຣູເບບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ