ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຣຽວໂຊເຊຍດັດ ຍາດໄດ້ແຊັມ ໂຄປ້າເດເຣ ຄັ້ງທຳອິດໃນຮອບ 34 ປີ
ເວລາອອກຂ່າວ: 2021-04-13 16:02:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 95 | ຄວາມນິຍົມ:



ການແຂ່ງຂັນເຕະບານ ໂຄ ປາເດເຣ ແອັດສະປາຍ ຮອບຊີງ ຊະນະເລີດ ລະດູການ 2019-2020 ທີ່ບໍ່ສາມາດຈັດການ ແຂ່ງຂັນໄດ້ໃນສົກປີທີ່ຜ່ານມາ ເນື່ອງຈາກການລະບາດຂອງພະ ຍາດ ໂຄວິດ-19, ແລະ ເລື່ອນ ມາແຂ່ງຂັນໃນລະດູການນີ້ ຜົນ ປະກົດວ່າ: ຣຽວ ໂຊເຊຍດັດ ແຊັມ 2 ສະໄໝ ເອົາຊະນະ ແອັດເລ ຕິກ ບິວເບົາ ແຊັມ 23 ສະໄໝ 1-0 ປະຕູ, ເຊິ່ງສະໂມສອນ ຣຽວໂຊເຊຍດັດໄດ້ປະຕູຈາກໂລ ຈາກການສັງຫານຈຸດໂທດຂອງ ເບີໂຕ ໂລເປດ ໃນນາທີ 63, ຣຽວ ໂຊເຊຍດັດ ຄອງແຊັມໂຄປາເດ ເຣ ໄດ້ອີກຄັ້ງໃນຮອບ 34 ປີ. ສ່ວນຜົນງານໃນລະດູການນີ້ ຂອງ ໂຊເຊຍດັດ ຕົກຮອບ 16 ທີມສຸດທ້າຍ, ຂະນະທີ່ ບິວເບົາ ເຂົ້າຊີງເປັນລະດູການທີສອງ ຕິດຕໍ່ກັນ ໂດຍຈະເຂົ້າໄປພົບກັບ ບາຣເຊໂລນາ ແຊັມສູງສຸດ 30 ສະໄໝ ໃນວັນທີ 17 ເມສານີ້ ທີ່ສະໜາມ ເອັດສະຕາດີໂອ ລາ ຄາຕູຢາ ໃນເມືອງເຊບີຢາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ