ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກທອ ຍາມໃດກໍ່ເປັນເຈົ້າການໃນການປ້ອງກັນນ່ານຟ້າຂອງຊາດ ໄວ້ຢ່າງໝັ້ນຄົງ
ເວລາອອກຂ່າວ: 2021-04-13 15:40:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 61 | ຄວາມນິຍົມ:



ໃນຊຸມປີຜ່ານມາ, ເຫັນໄດ້ຈະ ແຈ້ງ ວ່າກອງບັນຊາການທະຫານ ອາກາດກອງທັບປະຊາຊົນລາວ ໄດ້ຮັບການປັບປງຸກໍ່ສ້າງເຕີບ ໃຫຍ່ຂະຫຍາຍຕົວເຊິ່ງພັກ-ລັດ ກໍຄືກະຊວງປ້ອງກັນປະເທດ ໄດ້ຕົກລົງສ້າງຕັ້ງກອງບັນຊາ ການທະຫານອາກາດຂຶ້ນ ແລະ ໄດ້ຈັດສັນງົບປະມານຈັດຊື້ນຳ ເຂົ້າປະກອບຍົນລຳລຽງ ແລະ ຍົນ ສູ້ຮົບລຸ້ນໃໝ່ທີ່ທັນສະໄໝຫຼາຍ ຊະນິດປະກອບໃຫ້ແກ່ ກອທ ເພື່ອຮັບປະກັນການເຄື່ອນໄຫວ ປະຕິບັດໜ້າທີ່ປົກປ້ອງນ່ານຟ້າ ຂອງປະເທດຊາດໃນລະດັບທີ່ ແນ່ນອນ. ສຳລັບກອງບັນຊາການທະ ຫານອາກາດກອງທັບປະຊາຊົນລາວ, ເຊິ່ງແມ່ນກອງບິນສູ້ຮົບ ໂດຍສະເພາະໄດ້ມີການປະກອບ ຍົນສູ້ຮົບລຸ້ນໃໝ່ຈຳນວນໜຶ່ງ ເຂົ້າປະຈຳການເພີ່ມກຳລັງແຮງ ກັບຍົນສູ້ຮົບລຸ້ນກ່ອນທີ່ມີຢູ່ແລ້ວ ຕາມເງື່ອນໄຂດ້ານເສດຖະກິດ ຂອງຊາດ ແລະ ຄວາມຮຽກ ຮອ້ງຕ້ອງການໜ້າທີ່ການເມືອງ ຂອງພັກ, ຂອງການປະຕິວັດ ແລະ ຂອງກອງທັບໃນໄລຍະໃໝ່ ອັນໄດ້ສ້າງ ໃຫ້ພະນັກງານ-ນັກ ຮົບພວກເຮົາ ມີມານະຈິດ ປະຕິວັດມີຄວາມກະຕືລືລົ້ນຕໍ່ໜ້າ ທີ່ການເມືອງ ສູງຂຶ້ນທັງສ້າງ ຄວາມ ໝັ້ນໃຈແກ່ປວງຊົນຕໍ່ພາ ລະກິດປົກປ້ອງນ່ານຟ້າຂອງຊາດ ໃຫ້ມີຄວາມໝັ້ນຄົງອີກດ້ວຍ. ສະຫາຍ ພົນຈັດຕະວາ ພູຫຼວງ ບົວພະຈັນ ເລຂາຄະນະພັກ ຫົວ ໜ້າການການເມືອງ ກອງບັນຊາ ການທະຫານອາກາດ ໄດ້ໃຫ້ທັດ ສະນະວ່າ: ເພື່ອຕອບສະໜອງໃຫ້ສົມກັບຄວາມເຊື່ອໝັ້ນໄວ້ວາງໃຈຂອງພັກ-ລັດ ແລະ ຄະນະນຳກະຊວງປ້ອງກັນປະເທດໃນການຈັດຊື້ ປະກອບຍົນສູ້ຮົບຊະນິດໃໝ່ແຕ່ ລະປະເພດໃຫ້ແກ່ກອງບັນຊາການທະຫານອາກາດຂອງພວກເຮົາ ນັ້ນ, ຄະນະພັກ-ຄະນະບັນຊາ ໄດ້ຖືສໍາຄັນວຽກງານສືກສາອົບຮົມການເມືອງນໍາພາ-ແນວຄິດ ເປັນກົກສອດຫ້ອຍເຂົ້າໃນທຸກ ຂົງເຂດວຽກງານຂອງກົມ ກອງໂດຍປີ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກບົນຈິດໃຈບຸກທະລຸທາງດ້ານການຊີ້ນໍາ ບັນຊາໂດຍຫັນເອົາກໍາລັງລົງກໍາ ສ້າງຮາກຖານການເມືອງພັດທະ ນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ, ຍູ້ແຮງຂະ ບວນການແຂງຂັນຮັກຊາດ ແລະ ພັດທະນາ ໂດຍສະເພາະແມ່ນບັນ ດາຂະແໜງການ ແລະ ບຸກຄົນທີ່ ກ່ຽວຂ້ອງໃຫ້ມີຄຸນທາດການ ເມືອງໜັກແໜ້ນ, ມີນໍ້າໃຈຄວາມ ຮັບຜິດຊອບສູງ ແລະ ບຸກບືນສູ້ ຊົນພັດທະນາຕົນເອງໃຫ້ມີລະ ດັບຄວາມຮູ້, ຄວາມສາ ມາດດ້ານ ເຕັກນິກວິຊາສະເພາະວິຊາການ ທີ່ແນ່ນອນ, ໂດຍສະເພາະແມ່ນ ເຕັກນິກການບິນ, ການສ້ອມແປງ ບຳລຸງຮັກສາຮູ້ຍາດແຍ້ງເອົາບົດ ຮຽນປະສົບການຈາກຊ່ຽວ ຊານຂອງປະເທດເພືອນມິດ ພອ້ມນີ້ໄດ້ຖືສຳຄັນການກໍ່ສ້າງ ກັບທີ່ນັກບິນຮຸ່ນໃໝ່ ເພື່ອສືບ ທອດປ່ຽນແທນໃນຕໍ່ໜ້າ ແລະ ຍາວນານ, ໂດຍເລີ່ມຈາກຫ້ອງ ຂັບຈຳລອງ ແລະ ຫ້ອງຂັບໃຫຍ່ ກ້າວໄປສູ່ການບິນເຝິກແອບຮ່ວມ ກັບນັກບິນຮຸ່ນເກົ່າ, ນັກບິນເອກ ທີ່ມີປະສົບການ ແລະ ການບິນ ແບບປ່ອຍດ່ຽວ. ເຊິ່ງເຫັນວ່າສາ ມາດປະຕິບັດໄດ້ຕາມຈຸດປະສົງ ຄາດໝາຍ ທີ່ກຳນົດໄວ້. ສຳລັບ ພາກສ່ວນຮັບໃຊ້ການບິນເຊ່ັນ: ການແຕ້ມເສັ້ນບິນ, ນາຍຊ່າງ ສ້ອມແປງ, ສື່ສານ, ກັດລັບ, ຣາ ດາຕ່າງກໍໄດ້ຍົກສູງນໍ້າໃຈຄວາມ ຮັບຜິດຊອບຕໍ່ໜ້າທີ່ຂອງຕົນ, ມີລະບົບປະຈຳການເຝົ້າຍາມຕະ ຫຼອດ 24 ຊົ່ວໂມງ, ມີການກວດ ກາເຕັກນິກ, ກວດກາກຽມບິນ ເປັນປະຈຳ ເພື່ອຮັບປະກັນແກ່ ການບິນບໍ່ໃຫ້ມີຂໍ້ຕິດຂັດ ແມ່ນແຕ່ ສ້ຽວວິນາທີ. ໂດຍໄດ້ຮັບຄວາມ ເຊື່ອໝັ້ນໄວ້ວາງໃຈ ແລະ ຍ້ອງຍໍ ສັນລະເສີນຈາກພັກ-ລັດຂັ້ນເທິງ ແລະ ມວນຊົນເປັນຢ່າງຍິ່ງ. ສະຫາຍ ພົນຈັດຕະວາ ພູ ຫຼວງ ບົວພະຈັນ ໄດ້ໃຫ້ຮູ້ຕື່ມ ວ່າ: ຜ່ານມາເຖິງແມ່ນພວກເຮົາ ຈະປະຕິບັດບັນລຸໄດ້ຕາມທິດນຳ ຄາດໝາຍສູ້ຊົນທີ່ຂັ້ນເທິງໄດ້ ມອບໝາຍໃຫ້ມີປະສິດທິພາບດີກໍ ຕາມ, ແຕ່ເມື່ອມາເຍືອງໃສ່ສະ ພາບການໃໝ່ໃນຕໍ່ໜ້າ ແລະ ຍາວ ນານຄວາມຮຽກຮ້ອງຕ້ອງການ ໜາ້ທີ່ ການເມືອງຂອງພັກ, ຂອງ ການປະຕິວັດ ກໍຄືຂອງກອງທັບ ແລ້ວ, ມີຄວາມຈຳເປັນພາວະວິໄສທີ່ພວກເຮົາຕ້ອງໄດ້ສືບຕໍ່ສຸມໃສ່ປະຕິບັດວຽກງານໃນດ້ານທີ່ ເປັນພື້ນຖານສຳຄັນໃຫ້ມີທ່ວງ ທ່າອັນໃໝ່ດີຂຶ້ນລື່ນເກົ່າ ເປັນຕົ້ນ ແມ່ນການຍົກລະດັບສີມືການບິນ, ການເຝິກຊ້ອມສຳຄັນແມ່ນການ ສະໜອງພາຫະນະເຕັກນິກ ແລະ ເຄື່ອງອາໄຫຼ່ຕ່າງໆທີ່ຈຳເປັນສຳ ລັບການຮັບໃຊ້ການເຝິກແອບ ກໍ່ສ້າງນັກບິນ ແລະ ນາຍຊ່າງ ໃຫ້ ຄົບຖ້ວນພຽງພໍກັບຄວາມຮຽກ ຮ້ອງຕ້ອງການ ເພື່ອໃຫ້ມີຄວາມ ຊຳນານງານ. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ