ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານທົ່ວກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2021-04-08 16:29:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 647 | ຄວາມນິຍົມ:



ວັນທີ 7 ເມສາ 2021 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ ຈັດພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ຈໍານວນ 73 ສະຫາຍ, ໂດຍການ ເປັນປະທານຂອງ ສະຫາຍ ພັນ ເອກ ບຸນເຫຼືອ ໄຊຍະເພັນ ກຳມະ ການຄະນະພັກກົມໃຫຍ່ການ ເມືອງ, ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງທົ່ວກົມໃຫຍ່ການ ເມືອງກອງທັບ ແລະ ພະນັກງານທີ່ໄດ້ຮັບຊັ້ນໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ຄອນສະຫວັນ ແກ້ວທອນຈັນ ຮອງຫົວໜ້າພະ ແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ ກ່າວວ່າ: ໂດຍປະຕິບັດຕາມກົດ ໝາຍນາຍທະຫານກອງທັບປະ ຊາຊົນລາວ ທີ່ໄດ້ລະບຸໄວ້ໃນໝວດ ທີ 3 ມາດຕາທີ 22 ແລະ 23 ກ່ຽວກັບການປະຕິບັດນະໂຍບາຍ ຕໍ່ນາຍ ແລະ ພົນທະຫານທີ່ມີຜົນ ງານດີເດັ່ນ, ມີມາດຖານເງື່ອນ ໄຂຄົບຖ້ວນ ແລະ ຮອດກໍານົດ ການເລື່ອນຊັ້ນ, ປະດັບຊັ້ນ ແລະ ປະຕິບັດຕາມຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ແລະ ກົມ ໃຫຍ່ການເມືອງກອງທັບ ວ່າດ້ວຍ ການເລື່ອນຊັ້ນ-ເລື່ອນທຽບຊັ້ນ ໃຫ້ນາຍທະຫານຢູ່ກົມໃຫຍ່ການ ເມືອງກອງທັບ, ໃນນັ້ນມີນາຍທະ ຫານໄດ້ຮັບການເລື່ອນຊັ້ນຮ້ອຍ ເອກຂຶ້ນພັນຕີ 10 ສະຫາຍ, ເລື່ອນ ທຽບຊັ້ນຮ້ອຍເອກຂຶ້ນພັນຕີ 21 ສະຫາຍ, ເລື່ອນຊັ້ນຮ້ອຍໂທຂຶ້ນ ຮ້ອຍເອກ 10 ສະຫາຍ, ເລື່ອນ ທຽບຊັ້ນຮ້ອຍໂທຂຶ້ນຮ້ອຍເອກ 28 ສະຫາຍ, ເລື່ອນຊັ້ນຮ້ອຍຕີຂຶ້ນ ຮ້ອຍໂທ 1 ສະຫາຍ ແລະ ເລື່ອນ ທຽບຊັ້ນຮ້ອຍຕີຂຶ້ນຮ້ອຍໂທ 3 ສະຫາຍ. ໂອກາດນີ້, ສະຫາຍ ພັນເອກ ບຸນເຫຼືອ ໄຊຍະເພັນ ໄດ້ໃຫ້ກຽດ ໂອ້ລົມ ແລະ ໃຫ້ທິດຊີ້ນຳຫຼາຍບັນ ຫາສຳຄັນຕໍ່ນາຍທະຫານ ທີ່ໄດ້ ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກໃຫ້ແຕ່ລະ ສະຫາຍ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນ ເອງໃນຮອບດ້ານ, ພ້ອມກັນຍົກ ສູງຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງທີ່ໄດ້ຮັບມອບໝາຍ, ເປັນເຈົ້າການຈັດຕັ້ງປະຕິບັດໜ້າ ທີ່ວິຊາສະເພາະຂອງຕົນໃຫ້ໄດ້ ຮັບຜົນສຳເລັດດີກວ່າເກົ່າ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ