ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະກອງບັນຊາການທະຫານນະຄອນຫຼວງວຽງຈັນ ອວຍພອນຄະນະກອງບັນຊາການ ປກສ ນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2021-04-07 12:20:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 276 | ຄວາມນິຍົມ:



ໃນວັນທີ 2 ເມສາ 2021 ນີ້, ສະຫາຍ ພັນເອກ ບົວເງິນ ຫົງ ໄຂຄຳ ຮອງຫົວໜ້າການເມືອງ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ພ້ອມດ້ວຍ ຄະນະ ໄດ້ນຳເອົາກະຕ່າຂອງ ຂວັນພ້ອມດ້ວຍເງິນສົດຈຳນວນ 5 ລ້ານກີບເຂົ້າອວຍພອນຄະ ນະກອງບັນຊາການປ້ອງກັນ ຄວາມສະຫງົບນະຄອນຫຼວງ ວຽງຈັນ ເນື່ອງໃນໂອກາດວັນ ສ້າງຕັ້ງກຳລັງປ້ອງກັນຄວາມ ສະຫງົບ ຄົບຮອບ 60 ປີ(5 ເມ ສາ 1961-5 ເມສາ 2021) ເຊິ່ງໃນໂອກາດນີ້ສະຫາຍໄດ້ ກ່າວສະແດງຄວາມອວຍພອນ ອັນປະເສີດມາຍັງຄະນະກອງບັນ ຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ດ້ວຍ ຄວາມຈິງໃຈມິດຕະພາບຢ່າງສູງ ສົ່ງ ພ້ອມກັນນັ້ນ, ສະຫາຍ ພັນ ເອກ ພິມມະສອນ ທຳມະວົງ ຮອງຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບນະ ຄອນຫຼວງວຽງຈັນ ໄດ້ກ່າວ ຕ້ອນຮັບຢ່າງອົບອຸ່ນພ້ອມທັງສະ ແດງຄວາມຂອບໃຈມາຍັງຄະ ນະພັກ-ຄະນະກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ທີ່ເຫັນໄດ້ຄວາມໝາຍຄວາມ ສຳຄັນຕໍ່ວັນສ້າງຕັ້ງກຳລັງປ້ອງ ກັນຄວາມສະຫງົບ ແລະ ຫວັງ ຢ່າງຍິ່ງວ່າໃນຕໍ່ໜ້າສອງກຳລັງ ພວກເຮົາຈະພ້ອມກັນເພີ່ມທະ ວີເສີມສ້າງຄວາມຜູກພັນໄປມາ ຫາສູ່ເຊິ່ງກັນ ແລະ ກັນ ເພື່ອຮັດ ແໜ້ນຄວາມສາມັກຄີມິດຕະພາບ ລະຫວ່າງສອງກຳລັງ ກໍຄືກອງ ບັນຊາການທະຫານນະຄອນ ຫຼວງວຽງຈັນ ກັບກອງບັນຊາ ການປ້ອງກັນຄວາມສະຫງົບນະ ຄອນຫຼວງວຽງຈັນ ໃຫ້ນັບມື້ໝັ້ນ ຄົງທະນົງແກ່ນຂຶ້ນເລື້ອຍໆ ເພື່ອ ພ້ອມກັນຄຽງບ່າຄຽງໄຫຼ່ປະຕິ ບັດໜ້າທີ່ເຮັດໃຫ້ສະພາບພາຍ ໃນນະຄອນຫຼວງວຽງຈັນ ມີ ຄວາມສະຫງົບປອດໄພ 100%. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນ ວັນທີ 1 ເມສາ 2021 ນີ້, ສະຫາຍ ພັນເອກ ບຸນເຈີ ຄຳມະວົງ ຄະນະ ພັກກອງບັນຊາການ ຫົວໜ້າ ຫ້ອງພະລາທິການກອງບັນຊາ ການທະຫານນະຄອນຫຼວງວຽງ ຈັນ ພ້ອມຄະນະກໍໄດ້ນຳເອົາກະ ຕ່າຂອງຂວັນພ້ອມເງິນສົດ 3 ລ້ານ ກີບ ເຂົ້າອວຍພອນກອງບັນຊາ ການປ້ອງກັນທີ່ຕັ້ງເຊັ່ນ ດຽວກັນ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ